ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ທ່ານເຈົ້າແຂວງສະຫວັນນະເຂດ
ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ມີພິທີປະດັບຫຼຽນໄຊພິລະອາດ ຫານ ຊັ້ນ II ໃຫ້ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະ ຫວັນນະເຂດ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ທ່ານ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍກຳລັງຈາກກອງບັນ ຊາການທະຫານແຂວງ, ປກສ ແຂວງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົຈ ສີ ທະວີໄຊ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການ ທະຫານແຂວງສະຫວັນນະເຂດ ກໍໄດ້ເລົ່າຄືນຜົນງານການຊີ້ນໍາ-ນໍາພາຂອງທ່ານເຈົ້າແຂວງໃນໄລຍະຜ່ານມາ ວ່າ: ຍ້ອນການຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງທ່ານເຈົ້າແຂວງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ ໄຂບັນຫາຢາເສບຕິດທີ່ກໍາລັງເປັນໄພຄຸກຄາມ ແລະ ທ້າທາຍຕໍ່ຄວາມໝັ້ນຄົງຂອງຊາດເຮົາ. ສິ່ງສໍາຄັນແມ່ນທ່ານເຈົ້າແຂວງໄດ້ຊີ້ນໍາ ເດັດຂາດແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງ ໂດຍໄດ້ປະຕິບັດວິໄນປົດອອກຈາກກໍາລັງຜູ້ທີ່ລະເມີດກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ.
ນອກຈາກນີ້, ທ່ານຍັງໄດ້ສະໜອງງົບປະມານ ແລະ ວັດຖຸອຸປະກອນຮັບໃຊ້ຈໍານວນໜຶ່ງໃຫ້ແກ່ກໍາລັງເຊັ່ນ: ເຮືອລາດຕະເວນໃຫ້ທະຫານຊາຍແດນ 13 ລໍາ, ກ້ອງຊ່ອງທາງໄກ 10 ອັນ, ນໍ້າມັນເຊື້ອໄຟ ພ້ອມທັງງົບປະມານຈໍານວນໜຶ່ງ ແລະ ອື່ນໆ. ດັ່ງນັ້ນ, ເພື່ອຈາລຶກ ແລະ ສັນລະເສີນຄຸນງາມຄວາມດີ ແລະ ຜົນງານໃນການຊີ້ນໍາ-ນຳພາກໍາລັງ ປກຊ-ປກສ ຢູ່ແຂວງສະຫວັນນະເຂດ ໃນໄລຍະຜ່ານມາກະຊວງປ້ອງກັນປະເທດ ຈຶ່ງໄດ້ຈັດພິທີປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ທ່ານ ສັນຕິພາບ ພົມວິຫານ ໃຫ້ກຽດຂຶ້ນປະດັບຫຼຽນໄຊ ໂດຍ ທ່ານ ພົທ ທອງລອຍ ສີລິວົງ.