ຫາລືການປະສານງານການດຳເນີນຄະດີປ່າໄມ້-ສັດນໍ້າ ແລະ ສັດປ່າຕາມຂະບວນຍຸຕິທຳ ມີຄວາມຖືກຕ້ອງ

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດບົດບັນທຶກ ການກໍານົດກົນໄກປະສານງານໃນການດຳເນີນຄະດີປ່າໄມ້, ສັດນໍ້າ ແລະ ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ຜ່ານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີຄະນະປະສານງານທັງສອງຝ່າຍ ແລະ ກອງເລຂາ ເຂົ້າຮ່ວມ.
– ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ໄດ້ຕົກລົງເປັນເອກະພາບ ກ່ຽວກັບ ການຈັດຕັ້ງປະຕິບັດບົດບັນທຶກ ໂດຍມອບໃຫ້ຄະນະປະສານງານ, ກອງເລຂາຄະນະປະ ສານງານທັງສອງຝ່າຍນໍາເອົາເນື້ອໃນຈິດໃຈບົດບັນທຶກຮ່ວມ, ຄໍາສັ່ງຂອງຕົນ ເຜີຍແຜ່ແຈກຢາຍໃຫ້ທ້ອງຖິ່ນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ;
– ກອງປະຊຸມເຫັນດີ ໃຫ້ຈັດກອງປະຊຸມຮ່ວມກັບອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການປະສານງານ ແລະ ການແບ່ງຄວາມຮັບຜິດຊອບໃນການດຳເນີນຄະດີປ່າ ໄມ້, ສັດນໍ້າ ແລະ ສັດປ່າ ໂດຍມອບໃຫ້ກອງເລຂາ ຮ່າງບົດບັນທຶກ, ກໍານົດປະເດັນປຶກ ສາຫາລື ເພື່ອເຮັດໃຫ້ກອງປະຊຸມມີຜົນສໍາເລັດ;
ເຫັນດີໃຫ້ຈັດຝຶກອົບຮົມຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ໃນຂັ້ນທ້ອງຖິ່ນ ໂດຍມອບໃຫ້ກອງເລຂາເປັນຜູ້ກໍານົດເນື້ອໃນ, ຫົວຂໍ້ຂອງກອງປະຊຸມຄື: ການດໍາເນີນຄະດີປ່າໄມ້, ສັດນໍ້າ ແລະ ສັດປ່າ ແລະ ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ, ບົດບັນທຶກຮ່ວມ, ນິຕິກໍາອື່ນໆທີ່ພົວພັນເຖິງການດຳເນີນຄະດີ, ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ;
– ເຫັນດີໃຫ້ລາຍງານເກັບກໍາສະຖິຕິຢູ່ໃນຂັ້ນສູນກາງ, ຂັ້ນທ້ອງຖິ່ນຢ່າງເປັນປົກກະຕິ;
– ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໃນຄັ້ງຕໍ່ໄປ ເຊິ່ງອາດຈະດຳເນີນໃນດ້ານຫລັກການແລ້ວແມ່ນ 3 ເດືອນ, ແຕ່ຖ້າມີຄວາມຈໍາເປັນ ກໍສາມາດດໍາເນີນກ່ອນສາມເດືອນກໍໄດ້.
ໃນໂອກາດນີ້, ຄະນະປະທານ ໄດ້ຊີ້ນຳກອງປະຊຸມສະຫລຸບ ສັງລວມເອົາຄໍາຄິດຄໍາເຫັນທັງໝົດ ເປັນພື້ນຖານໃນການປະສານງານການດຳເນີນຄະດີປ່າໄມ້, ສັດນໍ້າ ແລະ ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ໃນຂອບເຂດທົ່ວປະເທດ, ຍົກສູງຄຸນນະພາບໃນການດຳເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ກໍານົດໄວ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ, ພ້ອມທັງຮັບປະກັນຄວາມສັກສິດ ຂອງກົດໝາຍ, ປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາຕາມຂະບວນຍຸຕິທຳ ມີຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ, ເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.