ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ

ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - 25b66af7 d1ef 46dd b2ec 607f66f2517a - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ
ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - kitchen vibe - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ

ວັນທີ 22-23 ມິຖຸນາ 2022 ນີ້, ຄະນະຮັບຜິດຊອບຈາກສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ຮ່ວມກັບ ສ່ວຍສາອາກອນ ປະຈຳເມືອງສີສັດຕະນາກ, ສ່ວຍສາອາກອນ ປະຈຳເມືອງໄຊເສດຖາ, ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາການແຈ້ງເສຍອາກອນຜ່ານລະບົບອອນລາຍ ແລະ ການຕິດຕັ້ງ, ນໍາໃຊ້ໂປຣແກຣມບັນຊີທີ່ຕິດພັນກັບການອອກໃບເກັບເງິນອາກອນມູນຄ່າເພີ່ມ ໃຫ້ບັນດາຫົວໜ່ວຍທຸລະກິດ ຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ສໍາລັບຢູ່ເມືອງສີສັດຕະນາກ, ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2022 ຢູ່ທີ່ສະໂມສອນໃຫຍ່ປົກຄອງເມືອງ, ໂດຍການເປັນປະທານຂອງທ່ານ ຄຳພູວຽງ ແກ້ວສຸພຣົມ ຫົວໜ້າຫ້ອງການ-ການເງິນ ເມືອງສີສັດຕະນາກ, ມີຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ ສ່ວຍສາອາກອນ ປະຈໍາ ນວ, ຫົວໜ້າສ່ວຍສາອາກອນ ປະຈໍາເມືອງ, ພ້ອມດ້ວຍວິຊາການສ່ວຍສາອາກອນປະຈຳເມືອງສີສັດຕະນາກ ແລະ ບັນຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນປະຈຳເມືອງເຂົ້າຮ່ວມຈຳນວນ 73 ຫົວໜ່ວຍ.

ສ່ວນຢູ່ເມືອງເມືອງໄຊເສດຖາ, ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ນີ້, ທີ່ສະໂມສອນໃຫຍ່ປົກຄອງເມືອງ, ໂດຍການເຂົ້າຮ່ວມແນະນໍາຂອງທ່ານ ຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ ສ່ວຍສາອາກອນ ປະຈໍາ ນວ, ຫົວໜ້າສ່ວຍສາອາກອນ ປະຈໍາເມືອງ, ພ້ອມດ້ວຍວິຊາການສ່ວຍສາອາກອນປະຈຳເມືອງ ແລະ ບັນຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນປະຈຳເມືອງເຂົ້າຮ່ວມ.

ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - Visit Laos Visit SALANA BOUTIQUE HOTEL - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ
ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - Visit Laos Visit SALANA BOUTIQUE HOTEL - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ

ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອເປັນການເຜີຍແຜ່ແນະນຳກ່ຽວກັບວິທີການ ແລະ ຂັ້ນຕອນການສະໝັກບັນຊີຜູ້ເສຍອາກອນ, ເພື່ອນຳໃຊ້ເຂົ້າໃນການແຈ້ງເສຍອາກອນແບບອອນລາຍຜ່ານເວບໄຊຂອງກົມສ່ວຍສາອາກອນ (www.taxservice.mof.gov.la) ຄຽງຄູ່ກັບການປະກອບໃບແຈ້ງມອບອາກອນປະເພດຕ່າງໆ…ຫົວໜ່ວຍທຸລະກິດໃນລະບົບອາກອນມູນຄ່າເພີ່ມ ຈະຕ້ອງໄດ້ແຈ້ງມອບໃນແຕ່ລະເດືອນ ແລະ ແຕ່ລະໄລຍະເຊັ່ນ: ໃບແຈ້ງອາກອນມູນຄ່າເພິ່ມ, ອາກອນຊົມໃຊ້, ອາກອນເງິນເດືອນ, ອາກອນກຳໄລ ແລະ ອາກອນຫັກນະທີ່ຈ່າຍເຫຼົ່ານີ້ເປັນຕົ້ນ: ເພື່ອປຸກລະດົມໃຫ້ຫົວໜ່ວຍທຸລະກິດຫັນມາແຈ້ງເສຍອາກອນດ້ວຍຕົນເອງ ໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການແຈ້ງມອບອາກອນໃຫ້ນັບມື້ນັບຫລາຍຂຶ້ນ, ທັງເປັນການອຳນວຍຄວາມສະດວກ,ປະຢັດຄ່າໃຊ້ຈ່າຍ, ປະຢັດເວລາ, ຮັບປະກັນຄວາມໂປ່ງໃສໃນການມອບພັນທະຂອງຜູ້ເສຍອາກອນ.

ນອກນີ້, ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມຍັງໄດ້ຮັບຟັງການແນະນຳກ່ຽວກັບການນໍາໃຊ້ໂປຣແກຣມການບັນຊີທີ່ສາມາດອອກໃບເກັບເງິນອາກອນມູນຄ່າເພີ່ມ, ຊຶ່ງເປັນເຄື່ອງມືທີ່ຈະອຳນວຍຄວາມສະດວກໃຫ້ກັບທຸລະກິດທີ່ເປັນເປົ້າໝາຍໃນການຂະຫຍາຍຖານອາກອນມູນຄ່າເພີ່ມໃນການຖືບັນຊີ ແລະ ການນຳໃຊ້ໃບເກັບເງິນອາກອນມູນຄ່າເພິ່ມໃຫ້ມີຄວາມຖືກຕ້ອງ ແລະ ສະດວກສະບາຍສາມາດຈັດຕັ້ງປະຕິບັດວຽກງານອາກອນມູນຄ່າເພິ່ມໄດ້ເຕັມຮູບແບບ ແລະ ຖືກຕ້ອງ, ສອດຄ່ອງຕາມກົດໝາຍກຳນົດໄວ້.

ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດທີ່ເຮັດໜ້າທີ່ແທນພາກລັດໃນການເກັບອາກອນມູນຄ່າເພີ່ມຈາກຜູ້ຊົມໃຊ້ສິນຄ້າ ແລະ ບໍລິການ, ໄດ້ປະຕິບັດສິດ–ໜ້າທີ່ຂອງຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມຢ່າງຖືກ ຕ້ອງໂດຍສະເພາະແມ່ນການແຈ້ງ-ມອບ, ການນຳໃຊ້ໃບເກັບເງິນ ແລະ ການຖືບັນຊີໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ດັ່ງທີ່ຮູ້ນຳກັນແລ້ວວ່າວຽກງານຂະແໜງການເງິນໂດຍສະເພາະວຽກງານສ່ວຍສາອາກອນແມ່ນມີຄວາມ ໝາຍສຳຄັນ, ຊຶ່ງປັດຈຸບັນພັກ-ລັດຖະບານໄດ້ບັນຖືເອົາວຽກງານດັ່ງກ່າວເປັນວາລະແຫ່ງຊາດ ແລະ ໃນຂົງເຂດສ່ວຍສາອາກອນກໍ່ໄດ້ມີການປັບລຸດອັດຕາອາກອນເປັນຕົ້ນ: ອາກອນກຳໄລຈາກ 24% ມາເປັນ 20%, ອາກອນມູນຄ່າເພີ່ມຈາກ 10% ມາເປັນ 7%. ທັງນີ້, ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດການເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງມີປະສິດທິຜົນເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ນໍາອີກດ້ວຍ.

ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - 4 - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ
ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - 3 - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ
ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ - 5 - ແນະນຳການແຈ້ງເສຍອາກອນຜ່ານອອນລາຍ ແລະ ຕິດຕັ້ງໂປຣແກຣມບັນຊີ ໃຫ້ຫົວໜ່ວຍທຸລະກິດຢູ່ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ນວ