8 ນິໄສທີ່ເຮັດໃຫ້ອະນາຄົດສະບາຍ ຍ້ອນຮູ້ຈັກໃຊ້ເງິນເປັນ
July 1, 2022 - 9:25 AM
ເງິນເດືອນບໍ່ພໍໃຊ້, ເດືອນຈຳເດືອນ, ມັກຈະຊື້ເຄື່ອງລາຄາຖືກຜ່ອນ 0% ເຊິ່ງຄວາມຈິງບໍ່ໄດ້ຈຳເປັນຕ້ອງໃຊ້ຫຍັງເລີຍ ແຕ່ກໍຢາກມີ ຖ້າຍັງມີນິໄສແບບນີ້ສະແດງວ່າທ່ານໃຊ້ເງິນບໍ່ເປັນ ຫລື ບໍ່ຮູ້ຈັກການໃຊ້ເງິນຢ່າງຖືກຕ້ອງ ແລະ ຖ້າຢາກຈະມີເງິນທ້ອນ, ມີເງິນໃຊ້ໄປຕະຫລອດ ມັນກໍຕ້ອງຮູ້ຈັກການໃຊ້ເງິນນຳ ແລະ ມື້ນີ້ພວກເຮົາມີຫລັກແນວຄິດເພື່ອເປັນແນວທາງໃຫ້ບັນດາທ່ານໄດ້ເອົາໄປປັບໃຊ້ເຂົ້າໃນຊີວິດປະຈຳວັນດັ່ງນີ້ :
- ເຮັດບັນຊີລາຍຮັບ-ລາຍຈ່າຍ ຈະໄດ້ເຫລືອເງິນທ້ອນ : ເພາະເມື່ອມີລາຍໄດ້ ສ່ວນຫລາຍມັກຈະເອົາໄປໃຊ້ຈ່າຍກ່ອນ ມີເງິນເຫລືອຄ່ອຍທ້ອນ ເຊິ່ງຫລາຍຄົນຄິດແບບນັ້ນ. ສະນັ້ນ, ມາປ່ຽນທັດສະນະຄະຕິໂດຍການຫັກເງິນໄປທ້ອນເລີຍ ແລະ ເຫລືອເທົ່າໃດຄ່ອຍເອົາໄປໃຊ້. ເມື່ອທ່ານເຮັດໄດ້ທຸກໆເດືອນ ຮັບຮອງຈະມີເງິນໃຊ້ໄປຕະຫລອດ ບໍ່ລຳບາກໂຕເອງນຳ.
- ເພື່ອອະນາຄົດຕົນເອງ ຕ້ອງວາງແຜນການເງິນ : ເພາະການວາງແຜນການເງິນ ຈະຕ້ອງມີເປົ້າໝາຍທີ່ຈະແຈ້ງຄືກັບເລີ່ມຕົ້ນເຮັດວຽກ. ທ່ານອາດວາງແຜນຊື້ເຮືອນ, ຊື້ລົດ ເມື່ອເຖິງໄວກາງຄົນ ກໍເລີ່ມຄິດເຖິງໄວກະສຽນ ແລະ ຖ້າມີລູກກໍເລີ່ມຄິດເຖິງການປະກັນຊີວິດ ເພາະທຸກຄົນຄວນເລີ່ມວາງແຜນການເງິນທີ່ເໝາະສົມກັບຕົນເອງໄດ້ແລ້ວ ເພາະບໍ່ຮູ້ເລີຍວ່າອະນາຄົດຈະເປັນແນວໃດ ສະນັ້ນ ເຮົາຈຶ່ງຄວນວາງແຜນເອົາໄວ້ແຕ່ຫົວທີ.
- ຊື້ສິ່ງຂອງເທົ່າທີ່ຈຳເປັນ ບໍ່ຟຸມເຟືອຍ : ບໍ່ຊື້ເກີນກຳລັງຊື້ຂອງຕົນເອງ ເພາະມັນຈະເຮັດໃຫ້ເຮົາຄິດທີ່ຈະວາງແຜນ ແລະ ລະວັງບໍ່ໃຊ້ຈ່າຍເກີນກຳລັງນຳ ເພື່ອປ້ອງກັນບໍ່ໃຫ້ໄປສ້າງໜີ້ຈົນເກີນໂຕ ເກີນກ່ວາທີ່ຕົນເອງຈະຮັບໄຫວ.
- ໃຫ້ເງິນເຮັດວຽກເອງ : ທ້ອນເງິນໄດ້ແລ້ວ ຕໍ່ໄປກໍຕ້ອງເອົາເງິນໃນລົງທຶນຫາຜົນຕອບແທນທີ່ຫລາຍຂຶ້ນ ເຊັ່ນ : ກອງທຶນລວມ, ຫຸ້ນ.
- ຈ່າຍໜີ້ທີ່ດອກເບ້ຍແພງເປັນສິ່ງທຳອິດ : ເມື່ອເຮົາເປັນໜີ້ ຈາກນັ້ນກໍຕ້ອງເບິ່ງວ່າໜີ້ກ້ອນໃດມີດອກເບ້ຍສູງສຸດ ໃຫ້ຮີບຈ່າຍໜີ້ກ້ອນນັ້ນກ່ອນ ຫລື ປົດໜີ້ທີ່ດອກແພງໆໃຫ້ໄວເທົ່າທີ່ຈະເຮັດໄດ້.
- ບັດເຄຣດິດແມ່ນເງິນສົດ : ເພາະການໃຊ້ບັດເຄຣດິດປຽບດັ່ງການຈ່າຍເງິນສົດນັ້ນເອງ ສະນັ້ນ ຈຶ່ງຄວນໃຊ້ຢ່າງລະມັດລະວັງ ຕ້ອງຄິດພິຈາລະນາໃຫ້ຮອບຄອບ ເພາະຫາກໃຊ້ຈົນເກີນກຳລັງ ມັນກະຍ້ອນກັບມາທຳຮ້າຍທ່ານໄດ້ ເຮັດໃຫ້ເປັນໜີ້ສິນຮັດໂຕ ແລະ ຄວາມລຳບາກຈະຕາມມາ.
- ຢ່າໃຊ້ເງິນຈົນໜີ້ຖ້ວມຫົວ : ເພາະຫາກເປັນໜີ້ແລ້ວ ຫລື ຄິດວ່າຈະຕ້ອງເປັນໜີ້ ເຮົາເອງກໍຄວນຮູ້ຈັກຄຳນວນລາຍຈ່າຍໃນແຕ່ລະເດືອນໄວ້ນຳ, ຕ້ອງຮູ້ຈັກທ້ອນໄວ້ໃຊ້ຍາມສຸກເສີນ ເງິນເຫລົ່ານີ້ຕ້ອງມີ.
- ເມື່ອຄິດຈະກູ້ຢືມກໍຕໍ່ເມື່ອຈຳເປັນເທົ່ານັ້ນ : ເພາະກ່ອນຈະກູ້ຢືມເງິນ ຄວນຄິດວ່າຈະເອົາເງິນໄປເຮັດຫຍັງແດ່, ມີຈຸດປະສົງຫຍັງ ຖ້າກູ້ຢືມເພື່ອບໍລິໂພກ ກໍຄວນຄິດກ່ອນວ່ານັ້ນຈຳເປັນຕໍ່ຕົນເອງຫລືບໍ່ ຖ້າບໍ່ມີເຫດຜົນຈຳເປັນແທ້ໆ ກໍຄວນທ້ອນໄວ້ຈົນຄົບ ແລ້ວເອົາເງິນນັ້ນໄປຊື້ສິ່ງທີ່ຢາກໄດ້ ແທນການສ້າງໜີ້ສິນໃຫ້ຕົນເອງເພື່ອແລກມາເຊິ່ງສິ່ງຂອງທີ່ຢາກໄດ້.