ແບລດເຕີ-ພລາຕີນີ ໂລ່ງໃຈ, ສານສູງສຸດສະວິດ ຕັດສິນບໍ່ມີຄວາມຜິດຂໍ້ຫາສຸຈະລິດ

ເຊບ ແບລດເຕີ ແລະ ມິເຊລ ພລາຕີນີ ໄດ້ຮັບການຕັດສິນວ່າບໍ່ມີຄວາມຜິດຖານສຸຈະລິດ ໃນການພິຈາລະນາຄະດີຫລ້າ ສຸດໂດຍສານສູງສຸດແຫ່ງສະວິດເຊີແລນ.
ເຊບ ແບລດເຕີ ອະດີດປະທານສະຫະພັນບານເຕະນາໆຊາດ (FIFA) ແລະ ມິເຊລ ພລາຕີນີ ອະດີດປະທານສະຫະພັນບານ ເຕະຢູໂຣບ (EUFA) ໄດ້ຮັບການຕັດສິນວ່າບໍ່ມີຄວາມຜິດຂໍ້ຫາສຸຈະລິດ ໃນການພິຈາລະນາຄະດີໂດຍສານອາຢາຄະ ດີສະຫະພັນຂອງສະວິດເຊີແລນ ເມື່ອວັນທີ 8 ກໍລະກົດ.
ສຳລັບການສືບສວນຮອບນີ້ເປັນຄະດີທີ່ ແບລດເຕີ ໂອນເງິນໃຫ້ ພລາຕີນີ 2 ລ້ານຟຣັງສະວິດ ເມື່ອປີ 2011 ແຕ່ທັງຄູ່ປະຕິເສດຂໍ້ ກ່າວຫາທີ່ວ່ານີ້ເປັນການຈ່າຍເງິນທີ່ບໍ່ໂປ່ງໃສ ແລະ ລະບຸວ່າເງິນດັ່ງກ່າວເປັນພຽງຄ່າເຮັດວຽກທີ່ປຶກສາ ເຊິ່ງ ຟີຟາ ຈ່າຍຢ້ອນຫລັງໃຫ້ ພລາຕີນາ ເທົ່ານັ້ນ.
ຈາກກໍລະນີດັ່ງກ່າວ ແບລດເຕີ ແລະ ພລາຕີນີ ຕ່າງຖືກສຳນັກງານໄອຍະການສູງສຸດຂອງສະວິດເຊີແລນ ສອບສວນຕັ້ງແຕ່ປີ 2015 ຕໍ່ມາໃນປີ 2016 ທັງຄູ່ຖືກລົງໂທດຫ້າມຫຍຸ້ງກ່ຽວກັບວົງການບານເຕະເປັນເວລາ 8 ປີ ແຕ່ມາໄດ້ຮັບການຫລຸດໂທດເຫລືອ 6 ປີໃນພາຍຫລັງ.
ສ່ວນການພິຈາລະນາຄະດີຄັ້ງນີ້ ຜູ້ພິພາກສາເບິ່ງວ່າການທີ່ ແບລດເຕີ ແລະ ພລາຕີນີ ອ້າງວ່າຕົກລົງເຮັດວຽກນີ້ກັນດ້ວຍປາກເປ່ົາ ລວມເຖິງພິຈາລະນາຈຳນວນເງິນທີ່ຈ່າຍໄປ ແລະ ຈາກສະຖານະການທາງສັງຄົມຂອງທັງຄູ່ແລ້ວ ຖືວ່າທຸກຢ່າງສົມເຫດສົມຜົນ.
ຫລັງສານຕັດສິນຄະດີສິ້ນສຸດ ແບລດເຕີ ກ່າວວ່າ : ‘‘ ແນ່ນອນຂ້ອຍຮູ້ສຶກໂລ່ງໃຈ ເພາະຂ້ອຍຕ້ອງຕົກຢູ່ພາຍໃນຄວາມ ກົດດັນຈາກຄະດີຟ້ອງຮ້ອງ ຕອນນີ້ມັນຈົບລົງແລ້ວ ມັນເປັນຄວາມຍຸດຕິທຳ ແລະ ເປັນໄຊຊະນະສຳລັບຂ້ອຍນຳອີກ ’’.
ສ່ວນ ພລາຕີນີ ບອກວ່າ : ‘‘ ຂ້ອຍຢາກສະແດງຄວາມສຸກໃຫ້ບັນດາຄົນທີ່ຮັກຂ້ອຍໄດ້ເຫັນ ຄວາມຈິງກະຈ່າງຂຶ້ນໃນການ ພິຈາລະນາຄະດີຄັ້ງນີ້ ການຕໍ່ສູ້ຂອງຂ້ອຍເປັນການປະເຊີນກັບຄວາມບໍ່ຍຸດຕິທຳ ຈາກນີ້ຂ້ອຍຈະຍັງສູ້ເດີນຫນ້າເພື່ອເຮັດໃຫ້ ຄວາມຈິງທຸກຢ່າງປາກົດ ’’.