ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ

ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - 1407747631 - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ
ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - kitchen vibe - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ

ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - 1407747631 - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ

ການແຂ່ງຂັນຊົກມວຍຊີງແຊ໊ມຫວ່າງ ດັບເບິລຢູບີເອ ອິນເຕີເນຊັນແລ ທີ່ສັງວຽນ ໂອທູ ອາຣີນາ ທ່າມກາງແຟນມວຍຫລາຍກວ່າ 7,000 ຄົນ ໃນນະຄອນຫລວງລອນດອນ ປະເທດອັງກິດ ດີເຣກ ຊິໂຊຣາ ນັກຊົກຊາວອັງກິດທີ່ເກີດໃນຊິມບັບເວ ອາຍຸ 38 ປີ ເອົາຊະນະຄູ່ປັບເກ່ົາ ຄູບຣັດ ປູເລຟ ອາຍຸ 41 ປີ ຊາວບັລແກເຣຍ ດ້ວຍຄະແນນບໍ່ເປັນເອກະພາບ 116-112, 116-114 ແລະ 112-116.

ປູເລຟ ເສຍເປັນຄັ້ງທີ 3 ຈາກ 32 ຄັ້ງ ອີກ 2 ຄັ້ງເສຍໃນການຊີງແຊ໊ມໂລກຮຸ່ນເຮຟວີເວດ ກັບ ວະລາດີເມຍ ຄລິດໂກ ຂອງຢູເຄຣນ ແລະ ແອນໂທນີ ໂຈຊົວ ຈາກອັງກິດ ຂະນະທີ່ ຊິໂຊຣາ ກັບມາຊະນະຫລັງຈາກທີ່ເສຍ 3 ຄັ້ງລວດກ່ອນຫນ້ານີ້.

ເອັດດີ ເຮີນ ຜູ້ຈັດການແຂ່ງຂັນຊື່ດັງເປີດເຜີຍວ່າ ຊິໂຊຣາ ອາດຈະໄດ້ຊົກອີກຫລາຍຄັ້ງວ່າ : ‘‘ ຜູ້ຄົນກ່າວເຖິງ ຊິໂຊຣາ ວ່າຄວນ ແຂວນນວມແລ້ວຫລືບໍ່ ແຕ່ລາວຫາກໍເອົາຊະນະນັກມວຍໃນອັນດັບ 15, ອັນດັບ 10 ຮຸ່ນເຮບວີເວດຂອງໂລກ ດັ່ງນັ້ນ ເຈົ້າວິພາກ ວິຈານລາວໄດ້ແນວໃດ ຖ້າລາວຊະນະການສູ້ແບບນັ້ນກັບມາດຕະຖານຂອງ ປູເລຟ ສະນັ້ນລາວຍັງສາມາດຊົກໄດ້ຫລາຍໆຄັ້ງຕໍ່ໄປ ’’.

ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - 5 - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ
ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - 3 - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ
ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ - 4 - ຊິໂຊຣາ ຊະນະຄະແນນຄູ່ປັບ ປູເລຟ