ຣັດເຊຍ ໂຈະການສົ່ງອາຍແກັສຜ່ານທໍ່ສົ່ງແກັສໄປຍັງເອີຣົບຊົ່ວຄາວ
July 13, 2022 - 9:04 AM

ສຳນັກຂ່າວ Tass ຂອງຣັດເຊຍ,ຣັດເຊຍ ໂຈະການສົ່ງອອກອາຍແກັສຜ່ານທໍ່ສົ່ງ ແກັສNord Stream ຊຶ່ງເປັນເສັ້ນທາງສົ່ງອອກຫລັກສູ່ທະວີບເອີຣົບ ເປັນການຊົ່ວຄາວຕັ້ງແຕ່ ວັນທີ11-21 ກໍລະກົດນີ້
ເພື່ອການບຳລຸງ ຮັກສາຕາມກຳນົດປະຈຳປີຫລັງຈາກເຄີຍບຳລຸງຮັກສາເມື່ອກາງເດືອນກໍລະກົດ 2021 ຜ່ານມາ ແລະ ໄດ້ສົ່ງແກັສທຳມະຊາດ 5.920 ລ້ານແມັດກ້ອນໃນປີກາຍນີ້.