ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ

ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - Gotabaya 12 - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ
ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - kitchen vibe - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ

ວັນທີ 14 ກໍລະກົດ, ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ຂອງສີລັງກາ ສົ່ງຈົດໝາຍລາອອກເຖິງປະທານລັດຖະສະພາສີລັງກາຢ່າງເປັນທາງການແລ້ວ ຫລັງຈາກເດີນທາງເຖິງສິງກະໂປດ້ວຍສາຍການບິນສັນຊາດຊາອຸດິອາຣະບີ. ເບື້ອງຕົ້ນທາງການສິງກະໂປຢືນຢັນ ຜູ້ນຳສີລັງກາເດີນທາງເຂົ້າປະເທດແທ້ ແຕ່ເປັນການເດີນທາງຢ້ຽມຢາມແບບສ່ວນຕົວ.

ຫລັງຈາກທີ່ມີການກວດສອບ ແລະ ຢືນຢັນຄວາມຖືກຕ້ອງຂອງອີເມລທີ່ທ່ານ ໂກຕາບາຢາ ໃຊ້ສົ່ງຈົດໝາຍລາອອກຈາກຕຳແໜ່ງປະທານາທິບໍດີສີລັງກາແລ້ວ ກໍເປັນຈຸດປ່ຽນທາງປະຫວັດສາດການເມືອງທີ່ສຳຄັນຂອງສີລັງກາ ສະທ້ອນຈຸດສິ້ນສຸດຂອງຄອບຄົວຕະກູນຣາຊປັກສາທີ່ຄອງອຳນາດເໜືອການເມືອງຂອງປະເທດນີ້ມາ 2 ທົດສະຫວັດ.

ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ
ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ

ນັບແຕ່ທ່ານ ມະຫິນທຣາ ຣາຊປັກສາ ຜູ້ເປັນອ້າຍຂອງທ່ານ ໂກຕາບາຢາ ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີໃນປີ 2004 ກ່ອນຈະສະຫລັບເຂົ້າໄປຮັບຕຳແໜ່ງປະທານາທິບໍດີສີລັງກາໃນໄລຍະປີ 2005-2015 ແລະ ກັບມາຮັບຕຳແໜ່ງນາຍົກລັດຖະມົນຕີສີລັງກາອີກໃນທ້າຍປີ 2018 ປະມານ 2-3 ເດືອນ ລວມທັງໄລຍະທ້າຍປີ 2019 ຈົນຮອດກາງປີ 2022 ເພື່ອເປີດໂອກາດໃຫ້ນ້ອງຊາຍຄືທ່ານ ໂກຕາບາຢາ ລົງສະໝັກຊີງຕຳແໜ່ງປະທານາທິບໍດີຂອງປະເທດນີ້ ແລະ ນັ່ງຕັ່ງບໍລິຫານປະເທດນີ້ໄດ້ສຳເລັດໃນທີ່ສຸດ.

ກະຊວງການຕ່າງປະເທດສີລັງກາເປີດເຜີຍວ່າ: ເບື້ອງຕົ້ນຍັງບໍ່ມີການຮ້ອງຂໍລີ້ໄພທາງການເມືອງຈາກທ່ານ ໂກຕາບາຢາ ລວມທັງພັນລະຍາ ແລະ ບໍດີ້ກາດຂອງທ່ານ ລວມທັງຍັງບໍ່ມີໃຜໄດ້ຮັບສິດລີ້ໄພດັ່ງກ່າວ ເຊິ່ງໂດຍທົ່ວໄປແລ້ວ ທາງການສິງກະໂປກໍບໍ່ໄດ້ອະນຸຍາດໃຫ້ມີການສົ່ງຄຳຂໍລີ້ໄພພາຍໃນປະເທດນີ້ຢູ່ແລ້ວ.

ການກ້າວລົງຈາກຕຳແໜ່ງສ້າງຄວາມຍິນດີ ແລະ ດີໃຈໃຫ້ປະຊາຊົນຊາວສີລັງກາທີ່ລໍຄອຍການລາອອກໃນຄັ້ງນີ້. ເຖິງຢ່າງໃດກໍຕາມ, ກຸ່ມຜູ້ຊຸມນຸມປະທ້ວງຍັງເດີນໜ້າຮຽກຮ້ອງໃຫ້ທ່ານ ຣານິລ ວິກຳສິງເຫ ນາຍົກລັດຖະມົນຕີສີລັງກາ ທີ່ແຕ່ງຕັ້ງຕົນເອງຮັກສາການປະທານາທິບໍດີສີລັງກາ ກ້າວລົງຈາກຕຳແໜ່ງເຊັ່ນດຽວກັນ ເພື່ອໃຫ້ເກີດການປ່ຽນຜ່ານອຳນາດທາງການເມືອງໃນປະເທດນີ້ຢ່າງແທ້ຈິງ.

ໂດຍທ່ານ ຣານິລ ເອງຖືເປັນໜຶ່ງໃນຜູ້ທີ່ຢູ່ໃນເກມການເມືອງຂອງສີລັງກາມາຢ່າງຍາວນານ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງສີລັງກາໃນວາລະສັ້ນໆມາແລ້ວເຖິງ 5 ຄັ້ງ ແຕ່ຍັງບໍ່ເຄີຍກ້າວຂຶ້ນໄປສູ່ຕຳແໜ່ງປະທານາທິບໍດີຂອງປະເທດນີ້ ຫລາຍຝ່າຍຈຶ່ງເຝົ້າຕິດຕາມເຖິງທ່າທີຂອງທ່ານ ຣານິລ ທີ່ອາດຕ້ອງການຢູ່ໃນອຳນາດຕໍ່ໄປ ເຖິງວ່າທ່ານຈະເຄີຍສະແດງເຈດຈຳນົງຈະລາອອກຈາກຕຳແໜ່ງຫລັງຈາກທີ່ມີການຈັດຕັ້ງລັດຖະບານປະສົມຈາກທຸກພັກການເມືອງຮຽບຮ້ອຍແລ້ວ.
ອ້າງອີງ:• https://www.aljazeera.com/news/2022/7/14/sri-lankas-embattled-president-rajapaksa-arrives-in-singapore
• https://www.channelnewsasia.com/asia/sri-lanka-president-submits-resignation-singapore-official-2811056
• https://www.cnbc.com/2022/07/14/sri-lankan-president-sends-resignation-letter-after-fleeing-to-singapore.html

ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - 3 - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ
ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - 5 - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ
ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ - 4 - ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ