ຜູ້ມີອາຍຸ 6 ປີຂຶ້ນໄປ ຕ້ອງສັກວັກຊີນກັນພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ.
July 18, 2022 - 10:52 AM
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ວັກຊິນປ້ອງກັນພະຍາດໂຄວິດ-19 ມີຄວາມປອດໄພສູງ ແລະ ມີປະສິດທິພາບຫລຸດຜ່ອນຄວາມສ່ຽງການຕິດພະຍາດໂຄວິດ-19 ນອກນີ້ຍັງສາມາດຊ່ວຍຫລຸດຜ່ອນຄວາມຮຸນແຮງຂອງພະຍາດເມື່ອໄດ້ ຮັບເຊື້ອພະຍາດ.
ທ່ານ ບຸນແຝງ ຢ້ຳອີກວ່າ: ປັດຈຸບັນ ສປປ ລາວ ມີວັກຊີນປ້ອງກັນພະຍາດໂຄວິດ-19 ພຽງພໍ ສຳລັບປະຊາຊົນທຸກຄົນ. ຂະນະທີ່ພວກເຮົາເປີດປະເທດ, ຂໍໃຫ້ທຸກຄົນເອົາໃຈໃສ່ປ້ອງກັນໂຕເອງ ແລະ ຄອບຄົວ ໂດຍການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອຄວາມປອດໄພ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19. ທັງນີ້ຕາມສະຖິຕິ ຍັງມີປະຊາຊົນກຸ່ມສ່ຽງ ໂດຍສະເພາະຜູ້ອາຍຸສູງຫລາຍຄົນ ບໍ່ທັນໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ເທື່ອ.
ດັ່ງນັ້ນຂໍເຊີນຊວນບັນດາທ່ານໃຫ້ພາຜູ້ອາຍຸສູງ, ເດັກນ້ອຍ ລວມທັງທ່ານເອງສັກວັກຊີນຢູ່ໂຮງໝໍເມືອງ, ໂຮງໝໍແຂວງໃນຂອບເຂດທົ່ວປະເທດ ແລະ ຕາມຈຸດບໍລິການສັກວັກຊີນຕ່າງໆໃຫ້ຄົບຖ້ວນ.