ສອງອະດີດຫົວໜ້າຕຳຫລວດທະເລ ຫວຽດນາມ ຖືກສານຕັດສິນຈຳຄຸກ 12 ແລະ 15 ປີ ຖານຮັບສິນບົນ

ວັນທີ 15 ມິຖຸນາ 2022 ຜ່ານມາ, ສານທະຫານເຂດ 7 ຂອງ ສສ ຫວຽດນາມ ໄດ້ຕັດສິນລົງໂທດຈຳເລີຍ ເລວັນມິງ ອະດີດຫົວໜ້າຕຳຫລວດທະເລເຂດ 4 ຈໍາຄຸກ 15 ປີ ແລະ ເລຊວັນແທັງ ອະດີດຫົວໜ້າຕຳຫລວດທະເລເຂດ 3 ຖືກຈໍາຄຸກ 12 ປີ ໃນຂໍ້ຫາເປັນຜູ້ວາງແຜນເສັ້ນທາງຫລົບຫລີກການຂາຍນໍ້າມັນເຖື່ອນ. ພາຍຫລັງ 4 ວັນ ດຳເນີນຄະດີທີ່ພົວພັນກັບອະດີດພະນັກງານຊາຍແດນ 9 ຄົນ.
ຕຳຫລວດທະເລ ຮັບສິນບົນຈາກກຸ່ມຂາຍນໍ້າມັນເຖື່ອນ 200 ລ້ານລິດ. ນອກຈາກຕັດສິນຈຳຄຸກພວກກ່ຽວແລ້ວ, ຍັງຕັດສິນໃຫ້ ພົນໂທ ເລຊວັນແທັງ ແລະ ເລວັນມິງ ພາຍຫລັງປະຕິບັດໂທດສຳເລັດຕາມກຳນົດແລ້ວ ຫ້າມບໍ່ໃຫ້ຮັບລັດຖະການ, ໜ້າທີ່ຕຳແໜ່ງໃດໆຂອງລັດເປັນເວລາ 5 ປີ.
ເລວັນມິງ ຮັບສິນບົນໂດຍຜ່ານລູກ, ເມຍຈາກກຸ່ມຂາຍນໍ້າມັນເຖື່ອນຂອງຫົວໜ້າບໍລິສັດຜູກຂາດຈຳກັດຜູ້ດຽວ ຟານເລຮວາງແອັງ 6,9 ຕື້ດົງ ແລະ ເລຊວັນແທັງກໍໃຫ້ລູກ, ເມຍ ຮັບສິນບົນ 1,8 ຕື້ດົງ.
ນອກນີ້, ຈຳເລີຍຄົນໜຶ່ງຄື ຫງວຽນເທແອັງ ອາຍຸ 49 ປີ, ຫົວໜ້າທະຫານຊາຍແດນຢູ່ແຂວງ ກຽນຢາງ ຖືກຈຳຄຸກຕະຫລອດຊີວິດ ເນື່ອງຈາກຮັບສິນບົນ ແລະ ວາງແຜນໃຫ້ກຸ່ມຂາຍເຖື່ອນຫຼົບໜີອອກໄປຕ່າງປະເທດ.