ການລົງທຶນຂອງຈີນໃນລາວບັນລຸມູນຄ່າຫລາຍກວ່າ 6,6 ຕື້ໂດລາສະຫະລັດ


ໃນວັນທີ 15 ສິງຫານີ້, ທີ່ໂຮງແຮມດອນຈັນພາເລດ, ກະຊວງແຜນການ ແລະ ການລົງທຶນຮ່ວມກັບຄະນະພັດທະນາເສດຖະກິດທົ່ວໂລກໃນຂອບໜຶ່ງແລວທາງໜຶ່ງເສັ້ນທາງໄດ້ຈັດກອງປະຊຸມເວທີສົນທະນາແນະນຳນະໂຍບາຍ ແລະ ສະພາບແວດລ້ອມການລົງທຶນໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຫວງ ທຽນ ຫາວ ປະທານຄະນະສົ່ງເສີມໜຶ່ງແລວທາງໜຶ່ງເສັ້ນທາງປະຈຳ ສປປ ລາວ, ມີຜູ້ຕາງໜ້າລັດຖະບານແຂວງເສສວນ ສປ ຈີນ ພ້ອມດ້ວຍຄະນະນັກທຸລະກິດຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພົບປະແລກປ່ຽນຂໍ້ມູນລະຫວ່າງລາວ-ຈີນ ພ້ອມທັງສ້າງເງື່ອນໄຂອັນດີໃຫ້ສອງປະເທດໄດ້ມີການຕິດຕໍ່ພົວພັນດ້ານການຄ້າ, ການລົງທຶນ ແລະ ແລກປ່ຽນບົດຮຽນທາງທຸລະກິດນຳກັນໃນຕໍ່ໜ້າໃນແນວຄວາມຄິດ “ໜຶ່ງເສັ້ນທາງໜຶ່ງເລວທາງ”.
ໃນໂອກາດນີ້, ທ່ານ ຄຳລຽນ ພົນເສນາ ໄດ້ມີຄໍາເຫັນວ່າ: ໃນຍຸກແຫ່ງການເຊື່ອມໂຍງສາກົນນີ້, ການຮ່ວມມືກັບພາຍນອກແມ່ນມີຄວາມສຳຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຊຶ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ມີນະໂຍບາຍເປີດກວ້າງຕໍ່ການຮ່ວມມືກັບບັນດາປະເທດຕ່າງໆ ໂດຍສະເພາະກັບ ສປຈີນ ໃນຮູບແບບສອງຝ່າຍ ແລະ ຫລາຍຝ່າຍ, ໂດຍຜ່ານເວທີຕ່າງໆຂອງພາກພື້ນ ແລະ ສາກົນ. ນັບແຕ່ສັນຍາການເປີດກວ້າງ, ສົ່ງເສີມ ແລະ ປົກປ້ອງການລົງທຶນລະຫວ່າງລາວ-ຈີນ ທີ່ໄດ້ລົງນາມໃນປີ 1993 ເປັນຕົ້ນມາ, ການລົງທືນຈາກຈີນ ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ບັນລຸມູນຄ່າຫລາຍກວ່າ 6,6 ຕື້ໂດລາສະຫະລັດ ຢູ່ໃນອັນດັບ 1 ຈາກ 53 ປະເທດທີ່ມາລົງທຶນຢູ່ ສປປ ລາວ, ການລົງທຶນສ່ວນໃຫຍ່ແມ່ນນອນໃນຂະແໜງພະລັງງານ, ບໍ່ແຮ, ກະສິກຳ, ອຸດສາຫະກໍາ, ຫັດຖະກຳ ແລະ ການບໍລິການ, ອັນໄດ້ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງລາວເຂັ້ມແຂງຂຶ້ນເທື່ອລະກ້າວ.