ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ

ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ -                             - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ
ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - kitchen vibe - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ

(ໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 67 ປີ)
*ໃນລະບອບການປົກຄອງຂອງພວກສັກດິນາ, ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ແມ່ຍິງລາວບັນດາເຜົ່າດຳລົງຊີວິດຢູ່ໃນຄວາມມືດມົນ, ບໍ່ມີອິດສະລະພາບ, ຖືກເບິ່ງເປັນຄົນໂງ່ຈ້າ, ຫລ້າຫລັງ, ດູຖູກໝິ່ນປະໝາດ, ບໍ່ມີສິດ, ບໍ່ມີໂອກາດຮ່ຳຮຽນຍົກລະດັບຄວາມຮູ້ຄວາມສາມາດ, ຖືກກົດຂີ່ຂົ່ມເຫັງ, ຂົ່ມຂືນທຳຊໍາເລົາ, ທຳລາຍກຽດສັກສີ ເຮັດໃຫ້ແມ່ຍິງບໍ່ມີບົດບາດທັງການເມືອງ, ເສດຖະກິດ, ວັດທະນະທຳ-ສັງ ຄົມລວມທັງບົດບາດຢູ່ໃນຄອບຄົວ.

ເພື່ອປົດປ່ອຍຕົນເອງອອກຈາກແອກປົກຄອງດັ່ງກ່າວ, ແມ່ຍິງລາວບັນເຜົ່າໄດ້ອຸທິດຊີວິດ, ເລືອດເນື້ອເຫື່ອແຮງ, ສະຕິປັນຍາຄຽງບ່າຄຽງໄຫລ່ກັບເພດຊາຍຕໍ່ສູ້ກູ້ຊາດຢ່າງພິລະອາດຫານ. ຍ້ອນເຫັນບົດບາດແມ່ຍິງໃນພາລະກິດດັ່ງກ່າວ, ພັກຈຶ່ງໄດ້ເອົາໃຈໃສ່ ສຶກສາອົບຮົມ, ເຕົ້າໂຮມກຳລັງແຮງແມ່ຍິງ ໂດຍການຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນໃນວັນທີ 20 ກໍລະກົດ 1955 ແລະ ຖືເອົາເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ.

ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - Visit Laos Visit SALANA BOUTIQUE HOTEL - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ
ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - Visit Laos Visit SALANA BOUTIQUE HOTEL - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ

ໃນສະໄໝຕໍ່ສູ້ກູ້ຊາດ, ແມ່ຍິງ ມີບົດບາດປຸກລະດົມຂົນຂວາຍບັນດາແມ່ຍິງໃນທົ່ວປະເທດໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດທັງຮູບການເບິ່ງແຍງລ້ຽງດູ, ເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ,ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫລາຍປະຕິບັດໜ້າທີ່ເປັນທັງພໍ່ທັງແມ່ໃນເວລາດຽວກັນ, ເຮັດໜ້າທີ່ປຸກຢ້າວແປງເຮືອນ, ເຮັດໄຮ່ເຮັດນາ ເພື່ອລ້ຽງດູຄອບຄົວ ແລະ ຜະລິດໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນ ອັນແສນຮັກ ແລະ ຫວງແຫນຂອງຕົນໄວ້ຢ່າງໝັ້ນຄົງດ້ວຍນ້ຳໃຈເສຍສະລະອັນສູງສົ່ງ ແລະ ອົງອາດກ້າຫານ.

ໃນຂະບວນການດັ່ງກ່າວ,ແມ່ ຍິງລາວບັນດາເຜົ່າຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທົ່ວປະເທດ, ມີແມ່ຍິງຈຳນວນຫລາຍ ຖືກຄັດເລືອກ ເປັນເປັນແບບຢ່າງທີ່ດີເດັ່ນ, ໄດ້ຮັບການຍ້ອງຍໍຈາກພັກ-ລັດຢ່າງສົມກຽດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຈົນເຖິງປັດຈຸບັນ, ແມ່ຍິງລາວໄດ້ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຜ່ານຂະບວນການດັ່ງກ່າວ ເຮັດໃຫ້ແມ່ຍິງລາວໄດ້ຮັບການພັດທະນາທຸກດ້ານ ສາມາດເຂົ້າຮ່ວມໃນທຸກຂົງເຂດວຽກງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງ ພັກ-ລັດ, ສັງຄົມ ແລະ ຄອບຄົວ.

ຕະຫລອດ 67 ປີ ແຫ່ງການສ້າງຕັ້ງສະຫະພັນແມ່ຍິງລາວ, ພັກ-ລັດຖະບານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງແມ່ຍິງລາວ ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມພັດທະນາແມ່ຍິງທຸກຊົນເຜົ່າ, ສາຂາອາຊີບ, ບໍ່ມີຂົງເຂດໃດ ແລະ ວຽກງານໃດທີ່ບໍ່ມີເອື້ອຍນ້ອງແມ່ຍິງເຂົ້າຮ່ວມ ແລະ ປະກອບສ່ວນຄຽງບ່າຄຽງໄຫລ່ກັບເພດຊາຍ. ພ້ອມນັ້ນ, ພັກ-ລັດຖະບານກໍໄດ້ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ແມ່ຍິງລາວບັນດາເຜົ່າໄດ້ ມີໂອກາດສຶກສາຮໍ່າຮຽນ, ຍົກລະດັບຄວາມຮູ້ ທັງທິດສະດີການເມືອງ, ວິຊາສະເພາະໃນຂະແໜງການຕ່າງໆເຮັດໃຫ້ເອື້ອຍນ້ອງແມ່ຍິງຈໍານວນບໍ່ໜ້ອຍກາຍເປັນອາຈານສອນ, ເປັນແພດໝໍທີ່ຊໍານານ, ກາຍເປັນນັກການເມືອງ, ນັກການທູດ, ນັກວິທະຍາສາດ, ນັກປະພັນ, ນັກປະດິດຄິດແຕ່ງ, ນັກສະແດງ, ນັກທຸລະກິດທີ່ດີ ແລະ ເກັ່ງນັບມື້ຫລາຍຂຶ້ນ.

ພ້ອມນີ້,ສູນກາງ ສະຫະພັນແມ່ຍິງໄດ້ສືບຕໍ່ເອົາໃຈໃສ່ຊີ້ນຳນຳພາສະຫະພັນແມ່ຍິງລາວແຕ່ລະຂັ້ນໃຫ້ເປັນເຈົ້າການນຳພາປະ ຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ແທດເໝາະກັບກົມກອງທັງທ້ອງຖິ່ນ ພ້ອມກັນຈັດຕັ້ງຜັນຂະຫຍາຍວຽກງານ 3ສ້າງ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ເພື່ອສືບຕໍ່ສ້າງຜົນງານໃໝ່ໃຫຍ່ຫລວງກວ່າເກົ່າ, ແມ່ຍິງລາວບັນດາເຜົ່າຕ້ອງໄດ້ສືບຕໍ່ຮັກສາຄຸນທາດການ ເມືອງໃຫ້ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ;
– ຈັດຕັ້ງປະຕິບັດ ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຢ່າງກວ້າງຂວາງ;
– ສົ່ງເສີມໃຫ້ແມ່ຍິງໄດ້ຮັບການພັດທະນາແນວຄິດ ຈິດ ໃຈ, ຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ;
– ສືບຕໍ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ-ເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍຢ່າງກວ້າງຂວາງ;
– ສົ່ງເສີມໃຫ້ແມ່ຍິງໄດ້ຮັບການບັນຈຸ, ສັບຊ້ອນເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງໃຫ້ເພີ່ມຂຶ້ນ;
– ສືບຕໍ່ພົວພັນຮ່ວມມືກັບການຈັດຕັ້ງແມ່ຍິງປະເທດເພື່ອນມິດ, ປະເທດໃນອາຊຽນ ແລະ ອົງການຈັດຕັ້ງສາກົນມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ.

ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - 4 - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ
ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - 5 - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ
ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ - 3 - ແມ່ຍິງລາວ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ