ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ ມີຜູ້ເສຍຊີວິດແລ້ວ 1.000 ຄົນ

ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ -                                      2029 - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ
ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - kitchen vibe - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ

ອີງຕາມຂ່າວຕ່າງປະເທດລາຍງານວັນທີ 19 ກໍລະກົດ 2022 ນີວ່າ: ອັງກິດຕ້ອງຜະເຊີນກັບອາກາດຮ້ອນທຳລາຍສະຖິຕິຕໍ່ເນື່ອງ ໂດຍອຸນຫະພູມສູງເຖິງ 38.1 ອົງສາ, ທາງການອອກປະກາດເຕືອນລະດັບສີແດງ ເຊິ່ງເປັນ ລະດັບສູງສຸດທີ່ບົ່ງບອກວ່າ ອາດເປັນອັນຕະລາຍເຖິງຊີວິດ ໂດຍກົມອຸຕຸນິຍົມວິທະຍາຄາດວ່າອຸນຫະພູມມີໂອກາດຂຶ້ນສູງແຕະ 43 ອົງສາ.

ຂະນະທີ່ຝຣັ່ງ ມີອຸນຫະພູມສູງເຖິງ 42 ອົງສາ ບໍລິເວນເມືອງນີອົງ ທາງຕາເວັນຕົກຂອງປະເທດ ຂະນະທີ່ໄຟປ່າໃນພື້ນທີ່ຕາເວັນຕົກສຽງໃຕ້ແພ່ລາມໄປເປັນວົງກວ້າງ ທາງການຕ້ອງເລັ່ງອົບພະຍົບປະຊາຊົນກວ່າ 30.000 ຄົນ ອອກໄປພື້ນທີ່ທີ່ປອດໄພ, ສ່ວນກຸງປາຣີສ ເມືອງຫລວງຂອງຝຣັ່ງ ມີການຄາດຄະເນວ່າ ອຸນຫະພູມຈະສູງເຖິງ 39 ອົງສາ.

ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - Visit Laos Visit SALANA BOUTIQUE HOTEL - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ
ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - Visit Laos Visit SALANA BOUTIQUE HOTEL - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ

ເຊັ່ນດຽວກັນກັບສະເປນ ໄຟປ່າຍັງຄົງໄໝ້ຢູ່ໃນບໍລິເວນພາກກາງຂອງແຄວ້ນຄາສຕີ ແລະ ເລອອນ ລວມເຖິງພື້ນທີ່ທາງພາກເໜືອຂອງແຄວ້ນກາລີເຊຍ ຈົນສົ່ງຜົນໃຫ້ທາງລົດໄຟຕ້ອງມາປະກາດຢຸດການເດີນທາງ ຕັ້ງແຕ່ວັນອາທິດ ໂດຍນາຍົກລັດຖະມົນຕີ ເປໂດຣ ຊານເຊ ອອກມາເປີເຜີຍວ່າ: ຂະນະນີ້ໄຟປ່າແພ່ຂະຫຍາຍພື້ນທີ່ໄປຫລາຍຮ້ອຍເຮັກຕາ ຫລາຍກວ່າຄ່າສະເລ່ຍໃນຊ່ວງທົດສະວັດທີ່ຜ່ານມາເຖິງ 2 ເທົ່າ.

ນອກຈາກນີ້ ສະຖາບັນສຸຂະພາບກາຣໂລສທີ 3 ( carlos III Health Institute) ຂອງສະເປນເປີດເຜີຍເມື່ອວັນຈັນ 18 ກໍລະກົດນີ້ວ່າ: ມີຜູ້ເສຍຊີວິດຈາກຄື່ນຄວາມຮ້ອນຫລາຍກວ່າ 510 ຄົນແລ້ວໃນປະເທດ ຂະນະດຽວກັນປະເທດໃກ້ຄຽງຂອງສະເປນໂດຍສະເພາະ ໂປຣຕຸເກດ ໄດ້ອອກມາລາຍງານເຖິງຜູ້ເສຍຊີວິດຈາກອາກາດຮ້ອນຮຸນແຮງ ແລະ ແຫ້ງແລ້ງ ມາແລ້ວຫລາຍກວ່າ 659 ຄົນ ໃນໄລຍະ 7 ວັນທີ່ຜ່ານມາ ລວມມີຜູ້ເສຍຊີວິດຈາກວິກິດຄື່ນຄວາມຮ້ອນໃນຢູໂຣບໃຕ້ ຈຳນວນ 1.100 ຄົນ.

ສະຖາບັນເພື່ອທະເລ ແລະ ບັນຍາກາດແຫ່ງ ໂປຣຕຸເກດ (The instituto Portugues do Mar e da Atmosferra) ຫລື IPMA ເຊິ່ງເປັນໜ່ວຍງານດ້ານອຸຕຸນິຍົມວິທະຍາຂອງ ໂປຣຕຸເກດຄາດຄະເນວ່າ: ອຸນຫະພູມບໍລິເວນທີ່ໄດ້ຮັບຜົນກະທົບຈາກໄຟປ່າຈະສູງຂຶ້ນ 47 ອົງສາ ເຊິ່ງເປັນອຸນຫະພູມສູງສຸດທີ່ເຄີຍບັນທຶກໄວ້ໃນຊ່ວງເດືອນກໍລະກົດນີ້.

ທາງດ້ານສະຖາບັນອຸຕຸນິຍົມວິທະຍາແຫ່ງເບວຢຽມ (KMI/IRM) ໄດ້ອອກຄຳເຕືອນອາກາດຮ້ອນ ລະດັບສີແດງໃນບໍລິເວນສອງແຂວງຂອງປະເທດ, ທ່າມກາງການຄາດຄະເນວ່າ ອຸນຫະພູມຈະສູງເຖິງ 40 ອົງສາບໍລິເວນພື້ນທີ່ທາງຕາເວັນຕົກ ແລະ ຕາເວັນຕົກສ່ຽງໃຕ້ຂອງປະເທດ ໂດຍມີການແນະນຳໃຫ້ປະຊາຊົນດື່ມນ້ຳເລື້ອຍໆ, ຫລີກລ່ຽງການຫລິ້ນກິດຈະກຳກາງແຈ້ງ, ກິນອາຫານທີ່ຍ່ອຍງ່າຍ, ປິດປະຕູ ແລະ ປ່ອງຢ້ຽມ ພ້ອມກັບເບິ່ງແຍງສັດລ້ຽງເປັນພິເສດ.

ທັງນີ້ ໃນການປະຊຸມ Petersberg Climate Dialogue ຄັ້ງທີ 12 ທີ່ກຸງເບີລິນ ປະເທດເຢຍລະມັນ ໃນວັນຈັນ 18 ກໍລະກົດ ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການ ສະຫະປະຊາຊາດ ໄດ້ປະກາດຕໍ່ກອງປະຊຸມວ່າ : ພາລະກິດໃນການພະຍາຍາມຮັກສາການເພີ່ມຂື້ນບໍ່ໃຫ້ສູງ 1,5 ອົງສາຫລາຍລະດັບກ່ອນສະໄໝອຸດສາຫະກຳ ຕາມການຕົກລົງປາຣີສກຳລັງໄປໄກເກີນກວ່າຈະເອື້ອມເຖິງ ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຮັ່ງມີພະຍາຍາມດຳເນີນການເພື່ອຮັກສາສັນຍາທີ່ໄວ້ໃຫ້ ໂດຍຊີ້ໃຫ້ເຫັນເຖິງສະຖານະການທີ່ກຳລັງເກີດຂຶ້ນໃນປັດຈຸບັນ.

“ ນີ້ເປັນທົດສະວັດຂອງການດຳເນີນດ້ານສະພາບອາກາດຢ່າງເດັດຂາດ ເຊິ່ງໝາຍເຖິງຄວາມເຊື່ອໝັ້ນ, ການຮ່ວມມື ແລະ ການຮ່ວມແຮງຮ່ວມໃຈ ພວກເຮົາຍັງມີທາງເລືອກວ່າຈະຮ່ວມມືກັນ ຫລື ຈະຂ້າຕົວຕາຍໄປພ້ອມກັນ” ທ່ານ ກູເຕີເຮສ ກ່າວໃນກອງປະຊຸມ

ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - 3 - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ
ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - 5 - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ
ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ - 4 - ຄື້ນຄວາມຮ້ອນໃນຢູໂຣບຍືດເຍື້ອຍາວນານກວ່າ 1 ອາທິດ  ມີຜູ້ເສຍຊີວິດແລ້ວ 1.000 ຄົນ