ສປປ ເກົາຫລີ ຈະສົ່ງແຮງງານ ໄປປົວແປງບູລະນະ ຢູເຄຣນ ຕາເວັນອອກ ຄືນໃໝ່
July 20, 2022 - 3:49 PM

ເອກອັກຄະລັດຖະທູດລັດເຊຍປະຈຳ ສປປ ເກົາຫລຍ ໃຫ້ຮູ້ໃນວັນທີ 20 ກໍລະກົດນີ້ວ່າ: ສປປ ເກົາຫລີ ອາດຈະສົ່ງແຮງງານເຂົ້າໄປປົວແປງ ບູລະນະຄືນໃໝ່ສອງເຂດທາງພາກຕາເວັນອອກຂອງຢູເຄຣນທີ່ພວກແບ່ງແຍກດິນແດນກຳລັງຄວບຄຸມຢູ່ຂະນະນີ້.
ເອກອັກຄະລັດຖະທູດ ລັດເຊຍກ່າວວ່າ: “ກຳມະກອນຂອງສປປ ເກົາຫລີ ມີສີມືແຮງງານດີ, ມີຄວາມອົດ ທົນ ແລະ ມີຄວາມສາມາດເຮັດວຽກໃນເງື່ອນໄຂທີ່ຫຍຸ້ງຍາກໄດ້. ພວກເຂົາຈະຊ່ວຍພວກເຮົາປົວແປງບູ ລະນະບັນດາພື້ນຖານໂຄງລ່າງທາງສັງຄົມ ແລະ ໂຮງຈັກໂຮງງານໃນເຂດໂດນບັສ ແລະ ລູຮັນ ໄດ້. ນີ້ຄືໂອກາດທີ່ດີສຳລັບການຮ່ວມມືລະຫວ່າງ ສປປ ເກົາຫລີ ແລະ ສາທາລະນະລັດ ໂດນບັສ”
ທ່ານ Matsegora ເອກອັກຄະລັດຖະທູດລັດເຊຍ ກ່າວພາຍຫລັງ ສປປ ເກົາຫລີ ຮັບຮອງຄວາມເປັນເອກະລາດຂອງສາທາລະນະລັດ ປະຊາຊົນ ໂດນບັສ ແລະ ສາທາລະນະລັດປະຊາຊົນລູຮັນ ໃນແຄວ້ນ ໂດນບັສ ລະຫວ່າງບໍ່ດົນມານີ້.