13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022

13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - 295032408 1944918859045218 3164428616135390897 n - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022
13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - kitchen vibe - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2022 ໄດ້ປິດລົງ ໃນວັນທີ 22 ກໍລະກົດ 2022 ໃນກອງປະຊຸມໄດ້ຕົກລົງແກ້ໄຂຫລາຍບັນຫາ ແລະ ໄດ້ວາງທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍປີ ໂດຍສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ວິກິດການ ໄປຄຽງຄູ່ກັບການປະຕິບັດບັນດາຄາດໝາຍ ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ທີ່ໄດ້ກຳນົດໄວ້, ຊຶ່ງບັນດາໜ້າວຽກຈຸດສຸມຕົວຈິງຈຳນວນໜຶ່ງມີດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ບ່ອນໃດ ທີ່ບໍ່ລະເປັນລະບຽບ ໃຫ້ຈັດລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.

13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - Visit Laos Visit SALANA BOUTIQUE HOTEL - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022
13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - Visit Laos Visit SALANA BOUTIQUE HOTEL - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022

2) ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນິນງານຂອງລັດຖະ ບານ ໃຫ້ປະສົບຜົນສໍາເລັດ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍມີຄາດໝາຍສຳເລັດຢ່າງຊັດເຈນ. ນອກນັ້ນຕ້ອງເອົາໃຈໃສ່ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.

3) ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍ ສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍດ້ວຍຫຼາຍມາດຕະການສະເພາະໜ້າ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.
4) ສືບຕໍ່ປະຕິບັດຄຳສັ່ງ ເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ.

5) ສືບຕໍ່ປັບປຸງປະສິດທິຜົນ ຂອງການລົງທຶນລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ.

6) ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດໂດຍໄວ ລວມທັງການເຈລະຈາເລື່ອນການຊຳລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫຼ່ງກູ້ຢືມທີ່ມີດອກເບ້ຍຕໍ່າ, ຫຼຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.

7) ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະບັນດາຫົວໜ່ວຍລັດວິສາຫະກິດທີ່ໄດ້ກຳນົດ ໃນແຜນຂອງການປະຕິຮູບຂອງລັດຖະບານ.

8) ເລັ່ງປັບປຸງກົນໄກອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃຫ້ດີຂຶ້ນ ພ້ອມທັງເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນເວລາດຽວກັນ, ເລັ່ງກວດກາ-ຕິດຕາມຄືນ ບັນດາໂຄງການລົງທຶນທີ່ມີສັນຍາ ແມ່ນບໍ່ໃຫ້ຈອງ ທ່ວງດຶງການພັດທະນາ ແລະ ສັນຍາຊຳລະໜີ້ສິນຕ່າງປະເທດໃກ້ຈະສິ້ນສຸດ ແລະ ເລີ່ມມີຜົນກຳໄລ ເພື່ອຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດພາຍໃນໃຫ້ໄວຂຶ້ນ.

9) ສືບຕໍ່ປັບປຸງຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະເລັ່ງແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ຂັ້ນຕອນໃນການເຂົ້າ-ອອກປະເທດ; ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ ເພື່ອຕ້ອນຮັບບັນດານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ.

10) ເລັ່ງແກ້ໄຂສະພາບວ່າງງານ ໂດຍເອົາໃຈໃສ່ເກັບກຳ ແລະ ສຳຫຼວດຂໍ້ມູນ ກ່ຽວກັບຄວາມຕ້ອງການແຮງງານ ໃນແຕ່ລະສາຍອາຊີບ ເພື່ອຈັດສັນແຮງງານເຂົ້າສູ່ການຈ້າງງານໂດຍໄວ. ພ້ອມນັ້ນ, ເອົາໃຈໃສ່ຍົກສູງຄຸນນະພາບຂອງສີມືແຮງງານ ແລະ ຊຸກຍູ້ແຮງງານເຂົ້າສູ່ລະບົບປະກັນສັງຄົມຢ່າງກວ້າງຂວາງ.

11) ສືບຕໍ່ເອົາໃຈໃສ່ຄຸ້ມຄອງບັນຫາສິ່ງແວດລ້ອມ ໂດຍສະເພາະບັນຫາໂຄງການລົງທຶນ ແລະ ເອົາໃຈໃສ່ການອອກ ໃບຕາດິນໃຫ້ໄດ້ຕາມແຜນການ ແລະ ຫັນໄປສູ່ລະບົບທັນສະໄໝ.

12) ໃຫ້ບັນດາກະຊວງອົງການ ແລະ ທ້ອງຖິ່ນ ກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດ ຕາມແຜນການກະກຽມຄວາມພ້ອມຮັບມືໄພພິບັດ ຂອງຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ວາງອອກໂດຍສະເພາະໃນຍາມຝົນນີ້ ລວມທັງການຄຸ້ມຄອງຕຈັດການນນ້ຳ ຂອງບັນດາເຂື່ອນໄຟຟ້າ.

13) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ. ນອກນັ້ນກໍ່ໃຫ້ເອົາໃຈໃສ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຟ່າຍ ແລະ ຫຼາຍຟ່າຍ ໃຫ້ເປັນຮູບປະທຳ ແລະ ມີການຈັດລຽງບູລິມະສິດ ການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.

ເພື່ອໃຫ້ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຕົວຈິງ, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ບັນ ດາທ່ານ ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນຕົວຈິງເປັນກ້າວໆ. ພ້ອມກັນນັ້ນ, ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ສູງກວ່າເກົ່າ.

13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - 3 - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022
13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - 4 - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022
13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022 - 5 - 13 ວຽກງານຈຸດສຸມຂອງລັດຖະບານ 6 ເດືອນທ້າຍປີ 2022