ເລື່ອງເກີດຂຶ້ນຢູ່ຫວຽດນາມ ເດັກນ້ອຍຕິດເກມສ້າງຄວາມແຄ້ນລົງມືຂ້າກັນ

ແຫລ່ງຂ່າວຈາກໜັງສືພິມ ຟາບລວດ(ກົດໝາຍ) ຂອງຫວຽດນາມ ວັນທີ 24 ກໍລະກົດນີ້ໃຫ້ຮູ້ວ່າ ໄດ້ເກີດເຫດຕີກັນຂອງພວກເຍົາວະຊົນອາຍຸແຕ່ 13-17 ປີຢູ່ທີ່ແຂວງ ຮ່າຕິງ ຈົນມີຜູ້ເສຍຊິວິດ 1 ຄົນ.
ພາຍຫລັງເກີດເຫດການ ເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວ ທ້າວ ຫງວຽນວັນຟ໊ອງ, ອາຍຸ 16 ປີ ຊຶ່ງເປັນຜູ້ຕ້ອງຫາຂ້າທ້າວ ເຈືອງຈ໋ອງຕວນ, ອາຍຸ 20 ປີ ອັນເນື່ອງມີເລື່ອງລາວນຳກັນມາຍາວນານຍ້ອນຕິດໜີ້ຫລິ້ນເກມ ແລະ ທຳຮ້າຍຮ່າງກາຍກັນ ຈຶ່ງເຮັດໃຫ້ເກີດຂໍ້ຂັດແຍ້ງກັນລະຫວ່າງສອງກຸ່ມຂອງທ້າວ ຫງວຽນວັນຟ໊ອງ ກັບ ທ້າວ ເຈືອງຈ໋ອງຕວນ ຕະຫລອດມາ.
ຜູ້ພິພາກສາສານໃຫ້ຮູ້ວ່າ ກໍລະນີເຍົາວະຊົນລະເມີດກົດໝາຍຍ້ານເມືອງແບບນີ້ແມ່ນມີໜ້ອຍທີ່ສຸດ, ກໍລະນີນີ້ເປັນກໍລະນີພິເສດທີ່ສຸດ ຊຶ່ງມີເຍົາວະຊົນຫຼາຍຄົນຖືກດຳເນີນຄະດີ. ທ່ານສານຍັງໃຫ້ຮູ້ອີກວ່າ ເຍົາວະຊົນເຫລົ່ານີ້ສ່ວນຫຼາຍແມ່ນລູກຫລານຂອງຄອບຄົວທີ່ທຸກຍາກ ພໍ່ແມ່ບໍ່ມີໂອກາດທີ່ຈະສຶກສາອົບຮົມລູກເຕົ້າ ເມົາແຕ່ທຳມາຫາກິນ ແລະ ສ່ວນໃຫ່ຍແມ່ນໄດ້ປະລະການຮຽນ ເລລ່ອນຢູ່ຕາມບ້ານ, ຕາມເມືອງ ບໍ່ມີວຽກເຮັດງານທຳ ຈຶ່ງພາກັນໄປມົ້ວສຸມຫລີ້ນເກມຈົນກາຍເປັນກຸ່ມແກ້ງ. ພໍ່ແມ່ຫລາຍຄົນຮູ້ສຶກເສຍໃຈນຳເຫດການທີ່ເກີດຂຶ້ນ ໂດຍມີລູກຂອງຕົນເຂົ້າຮ່ວມຢູ່ໃນຂະບວນການ.ຝ ແລະ ເກີດໜີ້ສິນຕາມໆ ກັນ.
ຫງວຽນວັນຟ໊ອງຖືກສານຕັດສິນຈຳຄຸກ 7 ປີ 6 ເດືອນໃນຂໍ້ຫາຂ້າຄົນ. ເມື່ອ ຟ໊ອງ ຍ່າງຂຶ້ນລົດ ຄຸມຂັງນັກໂທດ, ພໍແມ່ຂອງທ້າວ ຕວນ ຜູ້ເສຍຫາຍຮ້ອງຂຶ້ນດ້ວຍຄວາມເສຍໃຈວ່າ ບໍ່ເຫັນດີກັບການຕັດສິນໂທດດັ່ງກ່າວຂອງສານ ຕ້ອງລົງໂທດໃຫ້ໜັກກວ່ານັ້ນ.