ໂມໂຫໂທໂສ ພາໂຕຕົກຕໍ່າ

ໂມໂຫໂທໂສ ພາໂຕຕົກຕໍ່າ - images - ໂມໂຫໂທໂສ ພາໂຕຕົກຕໍ່າ
ໂມໂຫໂທໂສ ພາໂຕຕົກຕໍ່າ - kitchen vibe - ໂມໂຫໂທໂສ ພາໂຕຕົກຕໍ່າ

ຄຳເວົ້າທີ່ວ່າ​ “ໂມໂຫ​ໂທໂສ ພາ​ໂຕ​ຕົກ​ຕໍ່າ”​ ມັກໄດ້ຍິນຈາກປາກຂອງຜູ້ເປັນພໍ່ແມ່, ຜູ້ປົກຄອງ​ທຸກ​ຄົນ​ເຄີຍ​ໃຊ້​ບອກ ສັ່ງສອນ​ລູກ​ຫລານ ແລະ ມາ​ຮອດ​ດຽວປັດຈຸບັນ, ​ຄຳ​ສອນ​ດັ່ງກ່າວ​ກໍ​ຍັງ​ໃຫ້​ຄວາມ​ໝາຍ​ໃນ​ແງ່​​ຄິດຫງໍາໄດ້​ເປັນ​ຢ່າງ​ດີ​.

ຄຸ້ນເຄີຍດີກັບການບອກສອນຂອງ​ຜູ້​ເຖົ້າ ທີ່ມັກ​ເວົ້າ​ວ່າ ຜູ້​ໃດ​ໃຈຮ້ອນ​ວູ່​ວື່ ບໍ່​ຄວນ​ຖື​ອາ​ວຸດ ບໍ່ຄວນໃຊ້ກຳ ລັງ…ເພາະເປັນ​ອັນຕະລາຍ​ ແລະ ກໍເປັນສິ່ງທີ່​ບໍ່​ສົມ​ເຫດ​ສົມ​ຜົນ.

ຂະນະດຽວກັນກໍ​ຍັງ​ມີ​ບາງ​ຄຳ​ສອນຂອງ​ຄົນ​ບູຮານ​ວ່າ: ການ​ປ້ອງ​ກັນ​ຕົນ​ທີ່​ດີ​ບໍໍ່​ແມ່ນ​ການ​ມີ​ອາວຸດ​ດີ​​ຄອບຄອງ ແຕ່​ເປັນ​ການ​ເພີ່ມ​ໝູ່​ສະຫາຍ​ຮັກ​ແພງ…ເຫດການ​ທີ່​ເປັນ​ຂ່າວ​ດັງ​​ຊົ່ວ​ຂ້າມ​ຄືນ​ຄືການອາລະວາດຕີກັນ​ເຖິງ​ຂັ້ນ​ບາດ​ເຈັບ​ ເຖິງວ່າບໍ່ເຖິງຂັ້ນ​ຕາຍ,ແຕ່​ສິ່ງ​ທີ່​​ຕາຍ​ໄປ​ຄື​ຄຸນ​ງາມຄວາມ​ດີ​ທີ່​​​ສະ​ສົມ​ສ້າງ​ມາ​ຫລາຍ​ຟ້າ​ຫລາຍ​ປີ ເຊິ່ງ​​ເກີດ​ຂຶ້ນ​​ຊົ່ວ​ຊ້າງ​ພັບ​ຫູ ງູ​ແລບ​ລີ້ນ ຍ້ອນ​ຄວາມ​ໂມໂຫ​ໂທໂສ ບໍ່​ມີ​ຂັນ​ຕິ​ຄວາມ​ອົດ​ທົນ. ​ສະພາບ​ດຽວນີ້ ​ຫລາຍ​ຄົນ​ບອກ​ວ່າ ຄວາມ​ອົດທົນ ກໍ​ຄື​ສະມາທິ​ຂອງ​ຄົນ​ນັບ​ມື້​ສັ້ນ​ລົງ​ຊັກໄຊ້ ຍ້ອນ​ຫລາຍ​ເງື່ອນໄຂ ແລະ ​ປັດ​ໄຈ​ສະພາບ​ແວດ​ລ້ອມ​ກະທົບ ໂດຍ​ສະເພາະ​​ຄົນທີ່​ດຳລົງ​ຊີວິດ​ໃນ​ຕົວ​ເມືອງ​ໃຫຍ່​ຈຳນວນ​ໜຶ່ງທີ່​ເຫັນ​ວັດຖຸ​ເໜືອ​ກວ່າ​ຈິດ​ໃຈ ເຊິ່ງການເສື່ອມ​ທາດ​ແທ້​ມູນເຊື້ອ​ອັນ​ດີງາມຂອງຄົນບໍ່ເທົ່າໃດ​ນັ້ນ ​ກາຍເປັນ​ປາກົດ​ການ ປາ​ໂຕ​ດຽວ​ເໜົ່າ​ໝົດ​ຂ້ອງ. ແນວໃດກໍດີ​ເມື່ອ​ບັນຫາ​ເກີດ​ຂຶ້ນ​ແລ້ວ ກໍຕ້ອງ​ຊ່ວຍ​ກັນຫາ​ທາງ​ແກ້ ແລະ ​ສະກັດ​ກັ້ນ ແຕ່​ຫົວທີ.

ເວົ້າ​ເລື່ອງ​ຄວາມ​ໂມ​ໂທໂສ​ນັ້ນ​ ຈະມາ​ຈາກ​ຄວາມ​ມັກ​ອວດ​ອ້າງ​ທີ່​ບໍ່​ເຂົ້າ​ທ່າ ການຄວບຄຸມສະຕິບໍ່ໄດ້ ການຫຶງຫວງ ຫລື ອື່ນໆກໍດີ, ຄົນ​ປະເພດ​ນີ້​ເວລາ​​ປະພຶດ​ອອກ​ບໍ່​ສາມາດ​ຫ້າມ​ໄດ້ ແລະ ຫລາຍ​ຄົນ​ແມ່ນ​ແຕ່​ຊຸມ​ໝູ່​ຄູ່ໃກ້ຊິດ​ກິນ​ສຸກ​ກິນ​ດິບ…ກໍ​ຫ້າມ​ບໍ່​ໄດ້ ເພາະມາຈາກ​ເຫດຜົນທີ່​ວ່າ​: ນິດໄສ​ມັນ​ແນວ​ນັ້ນ…ແຕ່​ສໍາ​ລັບ​ຄົນ​ສ່ວນ​ຫລາຍ​ອາດ​ຈະ​ບໍ່​ຄິດ​ແນວ​ນັ້ນ, ການ​ອວດ​ອ້າງ ອວດໂຕໂວຫານ ຫລື ພຶດຕິກຳທີ່ບໍ່ດີໃດຢູ່​ສະຖານທີ່​ສາທາລະນະ​ມັນ​ບໍ່​ແມ່ນ​ເລື່ອງ​ຕະຫລົກ ເຮຮາຊວນຫົວ, ປະເທດເຮົາ ມີລັດຖະທຳມະນູນ ກົດໝາຍ ຂໍ້ກຳ ນົດກົດລະບຽບທີ່ບໍ່ມີໃຜຢູ່ເໜືອ, ເຈົ້າໜ້າທີ່ບ້ານເມືອງ ຫລື ຂະແໜງການທີ່ມີສິດອອກໃບອະນຸຍາດໃຫ້ດຳ ເນີນທຸລະກິດດ້ານນີ້ ຄວນສຶກສາລະອຽດຮອບຄອບ ເບິ່ງໃຫ້ເລິກວ່າມີຫຍັງແຝງຢູ່ໃນທຸລະກິດຫລືບໍ່? ເມື່ອອະນຸຍາດແລ້ວ ກໍໝັ່ນຕິດຕາມດູແລວ່າມີຫຍັງເກີນຂອບຂະໜາດບໍ່?

ໂມໂຫໂທໂສ ພາໂຕຕົກຕໍ່າ - 4 - ໂມໂຫໂທໂສ ພາໂຕຕົກຕໍ່າ
ໂມໂຫໂທໂສ ພາໂຕຕົກຕໍ່າ - 3 - ໂມໂຫໂທໂສ ພາໂຕຕົກຕໍ່າ
ໂມໂຫໂທໂສ ພາໂຕຕົກຕໍ່າ - 5 - ໂມໂຫໂທໂສ ພາໂຕຕົກຕໍ່າ