ຄຸນປະໂຫຍດຂອງກະລຳປີສີມ່ວງ


ຜົນວິໄຈ ຈາກ US Department of Agriculture ແຫ່ງ Agricultural Research service (ARS) ຂອງສະຫະລັດອາເມລິກາ ເຊິ່ງພິມໃນວາລະສານ Journal of Agricultural and food chem istry ລາຍງານວ່າ ຫົວກະລໍາປີສີມ່ວງມີສານເອັນໂທໄຊຍານິນເຖິງ 36 ຊະນິດຍ່ອຍໆ ແລະ ສານເຫຼົ່ານັ້ນມີຜົນຕໍ່ການປ້ອງກັນການເກີດຂອງພະຍາດມະເຮັງໄດ້
ສານເອັນໂທໄຊຍານິນເປັນສານໃນທຳມະຊາດທີ່ເຮັດໃຫ້ຜັກ ແລະ ໝາກໄມ້ມີສີແດງ, ສີນ້ຳເງິນເຂັ້ມ ແລະ ສີມ່ວງ ການສຶກສາພົບວ່າ ສານເອັນໂທໄຊຍານິນ ບໍ່ພຽງແຕ່ສາມາດປ້ອງກັນພະຍາດມະເຮັງໄດ້ເທົ່ານັ້ນແຕ່ຍັງຊ່ວຍບຳລຸງຫົວໃຈ ແລະ ສະໝອງໄດ້ອີກດ້ວຍ ການວິໄຈອີກອັນໜຶ່ງໃນສູນທົດລອງຂອງ ARS ຄົ້ນພົບວ່າ ສານເຄມີບາງຊະນິດໃນເອັນໂທໄຊຍານິນມີຄຸນສົມບັດໃນການຕ້ານອະນຸມູນອິດສະຫຼະໄດ້ຫຼາຍກວ່າວິຕາມິນຊີເຖິງ 2ເທົ່າ.
ໃນການວິໄຈຄັ້ງຫລ້າສຸດອາສາສະໝັກ 12 ຄົນໄດ້ທົດລອງການກິນອາຫານທີ່ມີກະລໍາສີມ່ວງເຮັດສຸກ ຄາບລະ 2/3 ຖ້ວຍ 1 ຖ້ວຍ 1/3 ຖ້ວຍ ແລະ 2 ຖ້ວຍ ໂດຍອາສາສະໝັກດັ່ງກ່າວຈະກິນວັນລະ 2 ຄາບ ເປັນເວລາ 3 ວັນ.
ນັກວິໄຈພົບວ່າກຸ່ມອາສາສະໝັກທີ່ກິນກະລໍາສີມ່ວງໃນປະລິມານຫຼາຍທີ່ສຸດຄືກຸ່ມທີ່ຮ່າງກາຍດູດຊຶມສານເອັນໂທໄຊຍານິນຫຼາຍທີ່ສຸດ ພວກເຂົາຍັງຄົ້ນພົບສານເຄມີໃນເອັນໂທໄຊຍານິນເພີ່ມອີກເປັນ 36 ຊະນິດ ຫຼາຍກວ່າທີ່ຮູ້ຈັກກັນຢູ່ເດີມເຖິງ 8 ຊະນິດ.
ຮ່າງກາຍຂອງຄົນເຮົາດູດຊຶມສານເອັນໂທໄຊຍານິນໃນອັດຕາທີ່ແຕກຕ່າງກັນ ໂດຍຂຶ້ນຢູ່ກັບວ່າມັນເປັນ acylated ຫຼື non-acylated ກະລໍາສີມ່ວງນັ້ນປະກອບດ້ວຍສານເອັນໂທໄຊຍານິນຊະນິດ acylated ປະມານ 80 ເປີເຊັນ ເປັນສ່ວນທີ່ດູດຊຶມເຂົ້າສູ່ຮ່າງກາຍໄດ້ງ່າຍ.
ນັກວິໄຈຊາວຍີ່ປຸ່ນລະບຸວ່າ ສານເອັນໂທໄຊຍານິນ ເຂົ້າໄປຮັບໜ້າທີ່ທຳງານຂອງແຊນໄຂມັນ ແລະ ອາດຈະຊ່ວຍປິ່ນປົວອາການຜິດປົກກະຕິກ່ຽວກັບການເຜົາຜານອາຫານ (Metabolic Syndrome) ຄືກຸ່ມທີ່ຜິດປົກກະຕິທີ່ເປັນປັດໄຈສ່ຽງຕໍ່ການເກີດພະຍາດຫົວໃຈ ແລະ ຫລອດເລືອດຕະຫລອດເຖິງພະຍາດເບົາຫວານຊະນິດທີ 2 ຄວາມຜິດປົກກະຕິດັ່ງກ່າວໄດ້ແກ່ຄວາມຜິດປົກກະຕິຂອງໄຂມັນໃນເລືອດ, ຄວາມດັນເລືອດ ແລະ ລະດັບນ້ຳຕານ