ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ

ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ -                                         - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ
ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - kitchen vibe - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ

ທ່ານພັນເອກ ສຸກພະຈັນ ບຸດດາຄໍາ ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມທີ່ສະມາຊິກສະພາຍົກຂຶ້ນໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 26 ກໍລະກົດ 2022 ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 841/ຈນວ ເຊິ່ງສະມາຊິກສະພາມີຄວາມເປັນຫ່ວງແມ່ນການບໍລິການຂອງຮ້ານກິນດື່ມທີ່ມີການມົ້ວສຸມສິ່ງເສບຕິດໃນກຸ່ມຂອງໄວໜຸ່ມ ໂດຍ ສະເພາະ ການສູບປຸມເປົ້າທີ່ມີສານເສບຕິດ ເຫັນວ່າມີການແຜ່ຫຼາຍໃນບັນດາຮ້ານບໍລິການຕ່າງໆ.

ປັດຈຸບັນ ສານເສບຕິດທີ່ເສບໂດຍປຸມເປົ້າ ເປັນສິ່ງທີ່ຜິດກົດໝາຍ ສາມາດດໍາເນີນຄະດີທາງອາຍາໄດ້ ການແກ້ໄຂບັນຫາດັ່ງກ່າວ ໄດ້ຢຶດມາສືບສວນ-ສອບສວນ ແຕ່ກໍເປັນຂໍ້ຫຍຸ້ງຍາກ ເນື່ອງຈາກວ່າໃນເວລາກວດພົບເຫັນສິ່ງເສບຕິດ ເຈົ້າຂອງຮ້ານບໍ່ມີໃຫ້ບໍລິການ ຫຼື ຈໍາຫນ່າຍ ຜູ້ໃຊ້ບໍລິການຖືມາເອງ ສະນັ້ນ ຕ້ອງໄດ້ພິສູດຂໍ້ມູນຫຼັກຖານທີ່ຮັດກຸມຈຶ່ງສາມາດດໍາເນີນຄະດີໄດ້ .

ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ
ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ

ຕົວຢ່າງຮ້ານເກມ ໃຫ້ບໍລິການສະເພາະເກມ ແຕ່ຜູ້ມາຫຼິ້ນເກມຖືມາບໍລິການສະເພາະໃນກຸ່ມ ປັນກັນເສບ ຕໍ່ບຸກຄົນເຫຼົ່ານີ້ ຖ້າເປັນຜູ້ເສບ ຖືວ່າເປັນຜູ້ຖືກເຄາະຮ້າຍ ແລະ ກໍລະນີທີ່ກວດພົບມີສິ່ງເສບຕິດຈໍານວນໜ້ອຍ 1-2 ເມັດ ບໍ່ສາມາດດໍາເນີນຄະດີໄດ້ຖ້າມີຈໍານວນຫຼາຍຈຶ່ງສາມາດດໍາເນີນຄະດີຕາມກົດໝາຍ ກ່ຽວກັບເດັກທີ່ບໍ່ເຖິງກະສຽນອາຍຸເຂົ້າເຖິງບັນຫາຢາເສບຕິດ ໄດ້ງ່າຍເຊິ່ງທຸກພາກສ່ວນໃນສັງຄົມຕ້ອງມີຄວາມຮັບຜິດຊອບ ໂດຍເລີ່ມຕົ້ນຈາກຄອບຄົວເປັນເຈົ້າການສຶກສາອົບຮົມລູກ ແລະ ສະຖາບັນການສຶກສາຕ້ອງເປັນເຈົ້າການຮ່ວມກັນພ້ອມນັ້ນ ບັນດາມາດຕະການຂອງຂະແຫນງການທີ່ກ່ຽວຂ້ອງ ເຊັ່ນ: ຫົວໜ່ວຍທຸລະກິດຈໍານວນໜຶ່ງ ເປັນບ່ອນສ້າງເງື່ອນໄຂໃຫ້ເດັກນ້ອຍໄປຖິ້ມລຸມກັນ ຕ້ອງເບິ່ງບ່ອນໃດມີຄວາມສ່ຽງ ຕ້ອງຈັດຕັ້ງປະຕິບັດບັນດາມາດຕະການຄວບຄຸມເຂັ້ມງວດ ໃນການອະນຸຍາດໃຫ້ເປີດ ຫຼື ຢຸດຕິກິດຈະການ.

ຂໍສະເໜີບັນດາຫົວໜ່ວຍທຸລະກິດຈໍານວນໜຶ່ງໄດ້ສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ ແກ່ສັງຄົມ ແຕ່ກໍ່ໄດ້ສ້າງຜົນເສຍຫາຍເຊັ່ນ: ຮ້ານເກມອອນລາຍໄປກວດໃນຈໍານວນ 100 ຮ້ານ ເຫັນວ່າມີພຽງແຕ່ 20% ທີ່ບໍ່ມີການພົວພັນກັບການພະນັນ ແລະ ສິ່ງເສບຕິດ ແລະ 80% ແມ່ນຕິດພັນກັບການພະນັ້ນຕິດພັນກັບສິ່ງເສບຕິດ ເມື່ອເປັນແນວນັ້ນ ລູກຫຼານທີ່ໄປຫຼິ້ນໃນ ສະຖານທີ່ດັ່ງກ່າວ ຈະບໍ່ໄປໂຮງຮຽນ ຮ້າຍແຮງກວ່ານັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ເກີດອາດຊະຍາກໍາ ຂີ້ລັກງັດແງະ ປຸ້ນຈີ້ຊີງຊັບ ແລະ ອື່ນໆ ຕໍ່ ກັບບັນຫານີ້ ນັບຕັ້ງແຕ່ອໍານາດການປົກຄອງບ້ານ ເມືອງຂະແຫນງການຕ່າງໆ ອົງການຈັດຕັ້ງມະຫາຊົນຕ້ອງໄດ້ຊ່ວຍກັນຊຸກຍູ້ປຸກລະດົມສ້າງຄວາມຕື່ນຕົວຂອງບັນຫາໃຫ້ສັງຄົມຮັບຮູ້ ເພື່ອຮ່ວມກັນແກ້ໄຂ.

ນອກນັ້ນ ຍັງສະເຫນີໃຫ້ເອົາສູນເຝິກອົບຮົມ ແລະ ປິ່ນປົວຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໄປຂຶ້ນກັບພາກສ່ວນອື່ນທີ່ກ່ຽວຂ້ອງເຊັ່ນ: ພະແນກສາທາລະນະສຸກ ແລະ ພະແນກແຮງງານ ແລະ ສະຫວັດດີການ ສັງຄົມ ແລ້ວເອົາກໍາລັງປ້ອງກັນຄວາມສະຫງົບມາເປັນຜູ້ປ້ອງກັນຄວາມປອດໄພ ແລະ ອື່ນໆ.

ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - 5 - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ
ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - 4 - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ
ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ - 3 - ສານເສບຕິດທີ່ເສບໂດຍປຸມເປົ້າໃນສະຖານບັນເທີງ ເປັນສິ່ງທີ່ຜິດກົດໝາຍ ແຕ່ມີຄວາມຫຍຸ້ງຍາກໃນການແກ້ໄຂ