ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ

ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - lao - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ
ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - kitchen vibe - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ

ກະຊວງສາທາລະນະສຸກຈະເຮັດວຽກຮ່ວມກັບຝ່າຍທີ່ກ່ຽວຂ້ອງເພື່ອແກ້ໄຂການແພ່ລະບາດຂອງພະຍາດໝາກສຸກລີງທີ່ອາດເກີດຂຶ້ນ ຜ່ານການເຝົ້າລະວັງ ແລະ ການກຽມອຸປະກອນທາງການແພດ ລວມທັງຫ້ອງປະຕິບັດການທີ່ມີອຸປະກອນຈຳແນກເຊື້ອໄວຣັສ.

ຄວາມກັງວົນກ່ຽວກັບພະຍາດໝາກສຸກລີງກໍ່ຕົວເພີ່ມຂຶ້ນໃນລາວ ຫລັງການລາຍງານພົບຜູ້ຕິດເຊື້ອພະຍາດໝາກສຸກລີງໃນປະເທດໃກ້ຄຽງ ຄືສິງກະໂປ ແລະ ລາວ.

ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - Visit Laos Visit SALANA BOUTIQUE HOTEL - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ
ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - Visit Laos Visit SALANA BOUTIQUE HOTEL - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ

ໃນວັນທີ 26 ກໍລະກົດ, ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລະບຸວ່າ: ຜູ້ຕິດເຊື້ອພະຍາດໝາກສຸກລີງເກີດຂຶ້ນໄດ້ຍາກ, ອາການບໍ່ຮຸນແຮງ ແລະ ຫາຍດີເອງໂດຍບໍ່ຕ້ອງກັກຕົວ. ເຖິງຢ່າງໃດກໍດີ, ປະຊາກອນບາງກຸ່ມອາດມີອາການຮຸນແຮງເຊັ່ນ: ເດັກ, ຜູ້ຍິງຖືພາ ຫລື ຜູ້ທີ່ມີພູມຕ້ານທານອ່ອນແອເນື່ອງຈາກພະຍາດອື່ນ.

ທ່ານ ລັດຕະນະໄຊ ກ່າວວ່າ: ລາວຍັງບໍ່ມີລາຍງານພົບຜູ້ຕິດເຊື້ອພະຍາດໝາກສຸກລີງ, ແຕ່ໂຮງໝໍຫລາຍແຫ່ງໃນນະຄອນຫລວງວຽງຈັນກຳລັງເຝົ້າລະວັງຜູ້ຕິດເຊື້ອທີ່ອາດຖືກກວດພົບ ແລະ ການແພ່ລະບາດຂອງພະຍາດດັ່ງກ່າວ ເຊິ່ງຄາດວ່າບໍ່ອາດຈະເກີດຂຶ້ນ.

ກະຊວງສາທາລະນະສຸກ ກຳລັງເຮັດວຽກຮ່ວມກັບອົງການອະນາໄມໂລກ ເພື່ອເຝົ້າຕິດຕາມສະຖານະການ ແລະ ຈະລາຍງານຄວາມຄືບໜ້າຕໍ່ໄປ. ສ່ວນບຸກຄະລາກອນທາງການແພດຈະກວດຄັດກອງຜູ້ເດີນທາງເຂົ້າສູ່ລາວ ແລະ ສອບຖາມປະຫວັດການເດີນທາງ ໂດຍຜູ້ທີ່ເຄີຍເດີນທາງໄປພື້ນທີ່ສ່ຽງ ເຊິ່ງສ່ວນຫລາຍຢູ່ອາຟຣິກາຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ.

ທັງນີ້, ພະຍາດໝາກສຸກລີງເປັນພະຍາດເກີດຈາກເຊື້ອໄວຣັສທີ່ພົບໄດ້ຫລາຍໃນອາຟຣິກາກາງ ແລະ ຕາເວັນຕົກ ໂດຍຜູ້ຕິດເຊື້ອພະຍາດດັ່ງກ່າວທີ່ກວດພົບໃນພື້ນທີ່ອື່ນນອກເໜືອຈາກອາຟຣິການັ້ນມີການກ່ຽວຂ້ອງກັບການເດີນທາງລະຫວ່າງປະເທດ ຫລື ສັດນຳເຂົ້າ ເຊິ່ງລວມທັງອາເມລິກາ, ອິດສະລາແອນ, ອົດສະຕຣາລີ, ອິນເດຍ ແລະ ອັງກິດ.

ອົງການອະນາໄມໂລກ ລະບຸວ່າ: ຂໍ້ມູນທີ່ມີຢູ່ໃນປັດຈຸບັນສະແດງໃຫ້ເຫັນວ່າການແພ່ລະບາດຈາກຄົນສູ່ຄົນ ເກີດຂຶ້ນໃນຜູ້ທີ່ສຳຜັດຮ່າງກາຍໃກ້ຊິດກັບຜູ້ທີ່ມີອາການ.

ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - 3 - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ
ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - 5 - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ
ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ - 4 - ລາວກຽມຮັບມືຖ້າ “ໝາກສຸກລີງ” ແພ່ລະບາດ