ອາເມລິກາ ສະເໜີແລກປ່ຽນນັກໂທດ ຍອມປ່ອຍພໍ່ຄ້າອາວຸດຣັດເຊຍ ແລກ 2 ພົນລະເມືອງອາເມລິກາ

ພາຍຫລັງເຈລະຈາກັນພາຍໃນມາຫລາຍເດືອນ ໃນທີ່ສຸດຝ່າຍບໍລິຫານຂອງປະທານາທິບໍດີ ໂຈ ໄບເດນ ຕັດສິນໃຈຍື່ນຂໍ້ສະເໜີແລກປ່ຽນ ວິກເຕີ ບູດ ພໍ່ຄ້າອາວຸດຊາວຣັດເຊຍທີ່ຖືກຈັບໃນປະເທດໄທ ແລະ ຖືກສົ່ງໄປຮັບໂທດຕິດຄຸກ 25 ປີໃນອາເມລິກາ ແລກກັບການປ່ອຍຕົວຊາວອາເມລິກາສອງຄົນທີ່ຖືກຣັດເຊຍຄວບຄຸມຕົວໄວ້.
ແຫລ່ງຂ່າວເຜີຍກັບ CNN ວ່າ: ແຜນການແລກປ່ຽນ ບູດ ກັບ ພໍ ວີແລນ ແລະ ບຣິດນີ້ ໄກຣເນີ ໄດ້ຮັບການສະໜັບສະໜູນຈາກປະທານາທິບໍດີ ໄບເດນ ຫລັງເຈລະຈາກັນມາແຕ່ຕົ້ນປີນີ້ ແລະ ເປັນການເອົາຊະນະການຄັດຄ້ານຈາກກະຊວງຍຸຕິທຳ ເຊິ່ງໂດຍປົກກະຕິແລ້ວຈະບໍ່ເຫັນພ້ອມຕໍ່ການແລກປ່ຽນນັກໂທດ.
ແອນໂທນີ ບລິງເຄນ ລັດຖະມົນຕີຕ່າງປະເທດອາເມລິກາ ປະກາດໃນວັນທີ 27 ກໍລະກົດວ່າ: ອາເມລິກາ ໄດ້ຍື່ນ “ຂໍ້ສະເໜີທີ່ສຳຄັນ” ຕໍ່ມົດສະກູເມື່ອຫລາຍອາທິດກ່ອນ ເພື່ອແລກປ່ຽນກັບ ວີແລນ ແລະ ໄກຣເນີ ທີ່ຖືກຄວບຄຸມໂດຍພະລະການໃນຣັດເຊຍ.
ໃນການຖະແຫລງຂ່າວທີ່ກະຊວງການຕ່າງປະເທດ ບລິງເຄນ ກ່າວວ່າ: ທ່ານ ໄບເດນ ມີສ່ວນຮ່ວມໃນເລື່ອງນີ້ໂດຍກົງ ແລະ ເປັນຜູ້ລົງນາມໃນຂໍ້ສະເໜີ, ແຕ່ ບລິງເຄນ ບໍ່ໄດ້ຢືນຢັນໂດຍກົງວ່າ ບູດ ເປັນສ່ວນໜຶ່ງຂອງຂໍ້ຕົກລົງນີ້ ຫລື ບໍ່ ໂດຍກ່າວພຽງວ່າ: ລາວບໍ່ສາມາດເຂົ້າເບິ່ງລາຍລະອຽດຂອງຂໍ້ສະເໜີໄດ້.
ບລິງເຄນ ເປີດເຜີຍອີກວ່າ: ລາວຕັ້ງໃຈຈະຫາລືເລື່ອງນີ້ກັບ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ ໃນອາທິດນີ້ ເຊິ່ງຈະເປັນການເຈລະຈາກັນຄັ້ງທຳອິດນັບແຕ່ສົງຄາມໃນອູແກຣນເລີ່ມຕົ້ນຂຶ້ນ.
ເຈົ້າໜ້າທີ່ລະດັບສູງຄົນໜຶ່ງໃນຝ່າຍບໍລິຫານຂອງ ໄບເດນ ເຜີຍວ່າ: ມົດສະກູຍັງບໍ່ຕອບສະໜອງຕໍ່ຂໍ້ສະເໜີຂອງອາເມລິກາ ໂດຍກ່າວຕໍ່ CNN ວ່າ: “ເລື່ອງນີ້ຕົບມືເບື້ອງດຽວບໍ່ດັງ” ແຕ່ເຖິງຢ່າງໃດ ອາເມລິກາກໍບໍ່ຢູ່ລ້າ ແລະ ຍັງເດີນໜ້າເຈລະຈາໃນລະດັບອາວຸໂສຕໍ່ໄປ.
ທັງນີ້, ວີແລນ ຖືກຣັດເຊຍຈັບໃນຂໍ້ຫາຈາລະກຳມາແຕ່ປີ 2018 ແລະ ໄກຣເນີ ນັກກິລາບານບ້ວງຍິງຊື່ດັງແຫ່ງການແຂ່ງຂັນ WNBA ຂອງອາເມລິກາ ຖືກຂັງຄຸກມົດສະກູມາແຕ່ເດືອນກຸມພາ ໃນຂໍ້ຫາຄອບຄອງ ແລະ ລັກລອບນຳສານເສບຕິດເຂົ້າຣັດເຊຍ ໂດຍ ໄກຣເນີ ຍອມຮັບສາລະພາບຜິດຕໍ່ສານຣັດເຊຍໃນຕົ້ນເດືອນກໍລະກົດ ແຕ່ຂະນະດຽວກັນກໍຢືນຢັນວ່າເປັນການກະທຳຜິດໂດຍບໍ່ເຈດຕະນາ.
ອ້າງອີງ: