ອາເມລິກາ ສົ່ງໂດຣນສັງຫານ ຫົວໜ້າກຸ່ມອໍໄກດາ ຂະນະລີ້ຊ້ອນຢູ່ອັບການິດສະຖານ

ທ່ານ ໄບເດນ ສັ່ງໂຈມຕີທາງອາກາດ ສັງຫານຜູ້ນຳສູງສຸດຂອງກຸ່ມອໍໄກດາ ເຊິ່ງເປັນຜູ້ມີສ່ວນສຳຄັນໃນການວາງແຜນກໍ່ການຮ້າຍ 9/11.
ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ຢືນຢັນວ່າ: ໄອຍະມານ ອັລ-ຊາວາຮິຣີ ຫົວໜ້າກຸ່ມອໍໄກດາ ເຊິ່ງເປັນໜຶ່ງໃນຜູ້ກໍ່ການຮ້າຍທີ່ທາງການອາເມລິກາຕ້ອງການຕົວຫລາຍທີ່ສຸດ ໄດ້ເສຍຊີວິດແລ້ວ ຫລັງຈາກອາເມລິກາສົ່ງເຮືອບິນບໍ່ມີຄົນຂັບ ຫລື ໂດຣນ ເຂົ້າໄປຍິງລູກສອນໄຟ 2 ລູກ ເພື່ອທຳລາຍເປົ້າໝາຍຢ່າງແນ່ນອນ ຂະນະລີ້ຊ້ອນຢູ່ນະຄອນຫລວງກາບູນ ປະເທດອັບການິດສະຖານ.
ສຳລັບ ອັລ-ຊາວາຮິຣີ ອາຍຸ 71 ປີ ເຄີຍຖືກກະຊວງການຕ່າງປະເທດອາເມລິກາຕັ້ງຄ່າຫົວໄວ້ສູງເຖິງ 25 ລ້ານໂດລາ ມີສາຍາວ່າ: The Doctor ແລະ The Teacher ໂດຍເທື່ອໜຶ່ງເຄີຍເຮັດໜ້າທີ່ເປັນແພດປະຈຳຕົວຂອງ ໂອຊາມາ ບິນ ລາດິນ ຜູ້ສ້າງຕັ້ງກຸ່ມທີ່ເສຍຊີວິດໄປແລ້ວ.
ປະທານາທິບໍດີ ໄບເດນ ກ່າວວ່າ: ອັລ-ຊາວາຮິຣີ ມີສ່ວນຮ່ວມໃນການວາງແຜນກໍ່ເຫດ 11 ກັນຍາ ເປັນໜຶ່ງໃນຜູ້ທີ່ມີສ່ວນຕໍ່ການສັງຫານຊາວອາເມລິກາ 2.977 ຄົນໃນແຜ່ນດິນອາເມລິກາ ແລະ ເປັນຜູ້ສັ່ງການໃນການໂຈມຕີຊາວອາເມລິກາມາເປັນເວລາຫລາຍທົດສະວັດ.
ສ່ວນກຸ່ມຕາລີບັນທີ່ມີການຢຶດອຳນາດປົກຄອງອັບການິດສະຖານໃນປີຜ່ານມາ ໄດ້ອອກຖະແຫລງການປະນາມອາເມລິກາຢ່າງຮຸນແຮງ ໂດຍເນັ້ນວ່າ: ບໍ່ວ່າເຫດທີ່ເກີດຂຶ້ນຈະຢູ່ໃນບໍລິບົດໃດກໍຕາມ ຖືເປັນການລະເມີດຫລັກການຂອງນາໆຊາດ ແລະ ລະເມີດຂໍ້ຕົກລົງໂດຮາ ທີ່ລະບຸໃຫ້ກອງກຳລັງຕ່າງປະເທດຕ້ອງຖອນກອງກຳລັງອອກຈາກອັບການິດສະຖານ ເພື່ອແລກກັບການທີ່ຕາລີບັນຈະບໍ່ກະທຳການໃດໆອັນເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງອາເມລິກາ ແລະ ພັນທະມິດ.
ອ້າງອີງ:
https://edition.cnn.com/…/joe-biden-counter…/index.html
https://twitter.com/Zabehulah_M33/status/1554187982407696387