E-Commerce ເຕີບໃຫຍ່ຂຶ້ນ Amazon ກຽມຈ້າງພະນັກງານເພີ່ມອີກ 1 ແສນຄົນຢູ່ອາເມລິກາ ແລະ ການາດາ


ເຖິງວ່າຈະມີພະນັກງານຢູ່ແລ້ວ 876.800 ກວ່າຄົນ (ຂໍ້ມູນໃນວັນທີ 30 ມິຖຸນາ) ແຕ່ຫລ້າສຸດ Amzon.com ຫາກໍປະກາດວ່າ: ກຳລັງຮັບສະໝັກພະນັກງານເພີ່ມີອກ 100.000 ຄົນ ເຊິ່ງເປັນການຈ້າງງານຄັ້ງທີ 4 ທີ່ໄດ້ປະກາດສຳລັບອາເມລິກາໃນປີນີ້ ເພື່ອຮອງຮັບການຊື້ສິນຄ້າອອນລາຍທີ່ເຕີບໃຫຍ່ຂຶ້ນທ່າມກາງພະຍາດລະບາດໂຄວິດ-19 ທີ່ຍັງບໍ່ມີທ່າທີຈະຢຸດລົງ.
ຜູ້ຄ້າຂາຍຍ່ອຍອອນລາຍລາຍໃຫຍ່ທີ່ສຸດຂອງໂລກ ກ່າວວ່າ: ຕຳແໜ່ງດັ່ງກ່າວນີ້ມີໄວ້ສຳລັບການເຮັດວຽກເຕັມເວລາ ແລະ ເວລາຫວ່າງໃນປະເທດບ້ານເກີດ ແລະ ການາດາ ໂດຍບາງສ່ວນຈະຢູ່ສາງສິນຄ້າ ແລະ ບ່ອນປະຕິບັດການໃໝ່ 100 ແຫ່ງທີ່ກຳລັງຈະເປີດໃນເດືອນນີ້. ສຳລັບຄ່າແຮງງານນັ້ນຈະເປັນຄ່າແຮງຂັ້ນຕໍ່າປະມານ 15 ໂດລາອາເມລິກາຕໍ່ຊົ່ວໂມງ.
ຂ່າວດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຕ້ອງການແຮງງານຢ່າງຕໍ່ເນື່ອງຂອງ Amazon ໃນການບັນຈຸ ແລະ ຈັດສົ່ງພັດສະດຸໄປເຖິງໜ້າເຮືອນຂອງລູກຄ້າ. ໃນໄຕມາດຜ່ານມາ Amazon ມີລາຍໄດ້ເພີ່ມຂຶ້ນ 40% ແລະ ເປັນຜົນກຳໄລຫລາຍທີ່ສຸດໃນປະຫວັດສາດ 26 ປີ.
ເຖິງຢ່າງໃດກໍຕາມ, ເຖິງວ່າຈະມີການປະກາດຮັບສະໝັກພະນັກງານເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ Amazon ກໍຖືກວິຈານຈາກພະນັກງານກ່ຽວກັບສະພາບການເຮັດວຽກ. ເມື່ອມໍ່ໆນີ້ ພະນັກງານບາງຄົນບອກກັບ CNN Business ວ່າ: ຂໍ້ຄວາມຂອງບໍລິສັດບໍ່ກົງກັບສິ່ງທີ່ພວກເຂົາເຫັນໃນສາງສິນຄ້າຂອງບໍລິສັດສະເໝີໄປ ແລະ ພວກເຂົາຍັງກັງວົນກ່ຽວກັບການເຮັດວຽກທີ່ແອອັດ, ການຝຶກອົບຮົມ ລວມທັງການເຂົ້າເຖິງຜ້າເຊັດທຳຄວາມສະອາດຂ້າເຊື້ອທີ່ມີຢ່າງຈຳກັດ.