ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ

ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ - skynews molnupiravir covid 5571578 - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ
ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ - Untitled design 1 - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ

ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍສຳລັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລ້ວ.

ວັນທີ 4 ພະຈິກ 2021, ສຳນັກຂ່າວບີບີບີລາຍງານວ່າ: ສຳນັກງານຄວບຄຸມກົດລະບຽບຢາ ແລະ ຜະລິດຕະພັນສຸຂະພາບຂອງອັງກິດ (MHRA) ໄດ້ອະນຸມັດໃຊ້ຢາໂມລນູພິຣາເວຍ ເຊິ່ງພັດທະນາໂດຍບໍລິສັດເມີກ ແອນ ໂຄ ແລະ ບໍລິສັດຣິດແບັກ ໄບໂອເທຣາ ພິວຕິກ ສອງຜູ້ຜະລິດຢາໃນອາເມລິກາ ສຳລັບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລ້ວ.

ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ - Visit Laos Visit SALANA BOUTIQUE HOTEL - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ

ການອະນຸມັດດັ່ງກ່າວເຮັດໃຫ້ອັງກິດເປັນປະເທດທຳອິດຂອງໂລກທີ່ໃຫ້ການອະນຸມັດໃຊ້ຢາໂມລນູພິຣາເວຍ ເຊິ່ງເປັນຢາຕ້ານໄວຣັສແບບຮັບປະທານຊະນິດທຳອິດໃນການປິ່ນປົວໂຄວິດ-19 ແທນການສັກ ຫລື ໃຫ້ຢາເຂົ້າເສັ້ນເລືອດດຳທີ່ເປັນວິທີປິ່ນປົວກ່ອນໜ້ານີ້ ໂດຍຜູ້ຕິດເຊື້ອຈະໄດ້ຮັບຢາໂມລນູພິຣາເວຍວັນລະ 2 ຄັ້ງຫລັງໄດ້ຮັບການບົ່ງມະຕິວ່າຕິດເຊື້ອໂຄວິດ-19.

ກ່ອນໜ້ານີ້, ເມີກ ແລະ ຣິດແບັກ ໄບໂອເທຣາພິວຕິກ ໄດ້ເປີດເຜີຍຜົນການທົດລອງທາງຄລີນິກພົບວ່າ: ຢາໂມລນູພິຣາເວຍມີປະສິດທິພາບໃນການຕ້ານໄວຣັສໂຄວິດ-19 ແລະ ສາມາດຫລຸດຄວາມສ່ຽງຂອງຜູ້ຕິດເຊື້ອໂຄວິດ-19 ໃນການເຂົ້າຮັບການປິ່ນປົວໃນໂຮງໝໍ ຫລື ເສຍຊີວິດໄດ້ເຖິງ 50%.

ທ່ານ ຊາຈິດ ຈາວິດ ລັດຖະມົນຕີກະຊວງສາທາລະນະສຸກອັງກິດ ກ່າວໃນຖະແຫລງການວ່າ: “ມື້ນີ້ເປັນມື້ປະຫວັດສາດສຳລັບປະເທດຂອງເຮົາ ເນື່ອງຈາກຕອນນີ້ ອັງກິດໄດ້ອະນຸມັດໃຊ້ຢາຕ້ານໄວຣັສ ເຊິ່ງສາມາດເອົາເມືອກິນຢູ່ເຮືອນໄດ້ເປັນປະເທດທຳອິດໃນໂລກ”. ພ້ອມກ່າວວ່າ: “ວິທີປິ່ນປົວນີ້ເປັນຕົວປ່ຽນເກມສຳລັບຜູ້ທີ່ຮ່າງກາຍອ່ອນແອ ແລະ ມີພູມຕ້ານທານບົກຜ່ອງ”.

ບີບີຊີລະບຸວ່າ: ເບື້ອງຕົ້ນອັງກິດໄດ້ເຮັດສັນຍາຊື້ຢາໂມລນູພິຣາເວຍຈາກບໍລິສັດຜູ້ຜະລິດຈຳນວນ 480.000 ຄອດໃນທ້າຍປີນີ້ ໂດຍຢາ 1 ຄອດປະກອບມີຢາຂະໜາດ 200 ມິນລີກຣາມ ຈຳນວນ 40 ເມັດສຳລັບຜູ້ຕິດເຊື້ອ 1 ຄົນ ເຊິ່ງຜູ້ຕິດເຊື້ອຈະຮັບປະທານຢາວັນລະ 2 ຄັ້ງໆລະ 4 ເມັດ ເປັນເວລາ 5 ວັນ.

ທັງນີ້, ເມີກໄດ້ລົງນາມໃນຂໍ້ຕົກລົງການຈັດຫາຢາກັບລັດຖະບານປະເທດຕ່າງໆທົ່ວໂລກ ໂດຍປັດຈຸບັນກຳລັງຢູ່ລະຫວ່າງລໍຖ້າອະນຸມັດໃຊ້ຈາກສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ແລະ ອົງການຢາແຫ່ງເອີຣົບ (EMA).

ອ້າງອີງ:

https://www.bbc.com/news/health-59163899

https://www.washingtonpost.com/…/covid19-pill-merck…/

ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ -    AD conten website - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ
ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ - lattana banner - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ
ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ - lattana banner 1 - ອັງກິດອະນຸມັດໃຊ້ຢາໂມລນູພິຣາເວຍ ເປັນປະເທດທຳອິດຂອງໂລກ
error: Alert: ເນື້ອຫາຂ່າວມີລິຂະສິດ !!