ອິນເດຍຢືນຢັນພົບຜູ້ເສຍຊີວິດຈາກໝາກສຸກລີງຄົນທຳອິດຂອງປະເທດ ແລະ ເປັນຄົນທຳອິດຂອງອາຊີ

ວັນທີ 1 ສິງຫາ 2022, ອິນເດຍຢືນຢັນພົບຜູ້ເສຍຊີວິດຈາກໝາກສຸກລີງເປັນຄົນທຳອິດຂອງປະເທດ ແລະ ເປັນຄົນທຳອິດຂອງອາຊີ ໂດຍຜູ້ເສຍຊີວິດເປັນຊາຍອາຍຸ 22 ປີທີ່ອາໄສຢູ່ໃນລັດເກຣລະ ທາງຕອນໃຕ້ຂອງປະເທດ.
ຊາຍຊາວອິນເດຍຄົນນີ້ຖືເປັນຜູ້ເສຍຊີວິດຄົນທີ 4 ຂອງໂລກຈາກການແພ່ລະບາດໃນຮອບປັດຈຸບັນ ໂດຍໃນອາທິດຜ່ານມາ ແອັສປາຍເຜີຍພົບຜູ້ເສຍຊີວິດຈາກໝາກສຸກລີງ 2 ຄົນ ແລະ ເບຣຊິນອີກ 1 ຄົນ. ຂະນະທີ່ອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ໃນວັນທີ 23 ກໍລະກົດຜ່ານມາ.
ທ່ານ ວີນາ ຈອດ ລັດຖະມົນຕີກະຊວງສາທາລະນະສຸກຂອງລັດເກຣລະ ເປີດເຜີຍວ່າ: ຊາຍຄົນນີ້ມີຜົນກວດເຊື້ອເປັນບວກຂະນະຢູ່ສະຫະລັດອາຣັບເອມິເຣດ ໂດຍລາວເດີນທາງກັບມາລັດເກຣລະຂອງອິນເດຍໃນວັນທີ 21 ກໍລະກົດ ແລະ ໄດ້ເດີນທາງໄປໂຮງໝໍເມື່ອວັນທີ 26 ກໍລະກົດ ເນື່ອງຈາກມີອາການອ່ອນເພຍ ແລະ ໄຂ້ຂຶ້ນສູງ ກ່ອນຈະເສຍຊີວິດໃນວັນທີ 30 ກໍລະກົດ ໂດຍປັດຈຸບັນລັດຖະບານໄດ້ກັກຕົວຜູ້ທີ່ສຳຜັດໃກ້ຊິດທັງໝົດ 21 ຄົນແລ້ວ ພ້ອມຮຽກຮ້ອງໃຫ້ປະຊາຊົນຢ່າງແຕກຕື່ນ ເພາະຜູ້ສຳຜັດໃກ້ຊິດທຸກຄົນຍັງບໍ່ມີໃຜສະແດງອາການ.
ປັດຈຸບັນ ອິນເດຍພົບຜູ້ຕິດເຊື້ອໝາກສຸກລີງຢ່າງໜ້ອຍ 5 ຄົນ ໂດຍລັດຖະບານໄດ້ຈັດຕັ້ງໜ່ວຍງານສະເພາະກິດຂຶ້ນມາເພື່ອເຝົ້າຕິດຕາມສະຖານະການແພ່ລະບາດໃນປະເທດແລ້ວ, ສ່ວນສະຖານະການທົ່ວໂລກນັ້ນ ຂໍ້ມູນຫລ້າສຸດຈາກ WHO ເປີດເຜີຍວ່າ: ໂລກພົບຜູ້ຕິດເຊື້ອໝາກສຸກລີງແລ້ວ 18.000 ກວ່າຄົນຈາກປະມານ 78 ປະເທດ ໂດຍສ່ວນຫລາຍຢູ່ທະວີບເອີຣົບ.
ທັງນີ້, WHO ລະບຸວ່າ: ໝາກສຸກລີງເປັນພະຍາດທີ່ມີຄວາມຮຸນແຮງນ້ອຍກວ່າໄຂ້ທໍລະພິດ (Smallpox) ສາມາດຕິດຕໍ່ໄດ້ຜ່ານການສຳຜັດສານຄັດຫລັ່ງໃນຮ່າງກາຍຂອງຜູ້ຕິດເຊື້ອ, ເກັດບາດແຜ, ຕຸ່ມໜອງເທິງຜິວໜັງ ຫລື ພື້ນຜິວເຍື່ອບຸພາຍໃນຮ່າງກາຍເຊັ່ນ: ໃນປາກ ຫລື ລຳຄໍ ຫລື ອາດຕິດຕໍ່ທາງຝອຍລະອອງໄດ້ຖ້າຢູ່ໃກ້ກັບຜູ້ຕິດເຊື້ອໃນໄລຍະໃກ້.
ອ້າງອີງ: