ແມ່ໃຈໂຫດ! ຄາຕະກຳລູກຫາກໍເກີດໃໝ່ ຍ້ອນບໍ່ມີໃຜລ້ຽງ ແລະ ຮັບເປັນພໍ່

ເຈົ້າໜ້າທີ ພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ຫວ່າງຕົ້ນເດືອນ ກໍລະກົດ 2022 ຜ່ານມານີ້ ເຈົ້າໜ້າທີ່ໄດ້ກັກຕົວ ນາງ ຈັນ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານນາໃໝ່ ເມືອງນ້ຳບາກ ແຂວງຫຼວງພະບາງ ໃນຂໍ້ຫາຄາຕະກຳລູກ.
ຜ່ານການສອບສວນ ຂອງເຈົ້າໜ້າທີ ນາງ ຈັນ ຮັບສາລະພາບວ່າ: ເດັກນ້ອຍທີ່ຫາກໍເກີດໃໝ່ແມ່ນລູກຂອງຜູ້ກ່ຽວແທ້. ໄລຍະຜ່ານມາ ຜູ້ກ່ຽວໄດ້ເຄື່ອນໄຫວເຮັດວຽກເປັນກຳມະກອນຢູ່ໂຮງງານຕ່າງໆ ໃນເຂດນະຄອນຫຼວງວຽງຈັນ. ຕົກມາຮອດທ້າຍ ປີ 2021 ໄດ້ມາເຮັດວຽກເປັນສາວບໍລິການຢູ່ຕາມຮ້ານກິນດື່ມເຂດ ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນ້ຳທາ. ໄລຍະດຽວກັນນັ້ນ ກໍໄດ້ຮັບແຂກ ແລະ ທຸກຄັ້ງທີ່ມີຄົນມາໃຊ້ບໍລິການແມ່ນໄດ້ປ້ອງກັນຕົນເອງຕະຫຼອດ.
ກ່ອນເກີດເຫດ ຕອນກາງຄືນຂອງ ວັນທີ 8 ກໍລະກົດ 2022 ຜູ້ກ່ຽວໄດ້ຮັບແຂກ, ກິນດື່ມເຫຼົ້າເບຍນຳແຂກ ຈົນມາຮອດເວລາປະມານ 23 ໂມງ ຈຶ່ງໄດ້ປິດຮ້ານແລ້ວເຂົ້ານອນ. ໄລຍະດຽວກັນຜູ້ກ່ຽວຮູ້ສຶກເຈັບທ້ອງ ແລະ ໄດ້ເຂົ້າຫ້ອງນ້ຳປະກົດວ່າ ເຫັນລູກນ້ອຍອອກມາຈາກຊ່ອງຂອດ ເປັນເພດຍິງ.
ຂະນະນັ້ນ, ຜູ້ກ່ຽວຄິດວ່າບໍ່ມີໃຜຊິລ້ຽງຊ່ວຍ ແລະ ຮັບເປັນພໍ່ ເນື່ອງຈາກວ່າໄດ້ນອນນຳຜູ້ຊາຍຫຼາຍຄົນ. ຈຶ່ງຕັດສິນໃຈໃຊ້ມືເບື້ອງຂວາບີບຄໍລູກນ້ອຍແລ້ວຈັບໂຍນຖິ້ມໄປໃນສວນຢາງພາລາເຂດຫຼັງຫ້ອງນ້ຳ. ມື້ຕໍ່ມາ ຈຶ່ງມີພົນລະເມືອງດີເຂົ້າມາພົບເຫັນ ແລະ ໄດ້ແຈ້ງຕໍ່ເຈົ້າໜ້າທີທີ່ກ່ຽວຂ້ອງ ພ້ອມທັງໄດ້ນຳຕົວ ນາງ ຈັນ ມາດຳເນີນຄະດີຕາມລະບຽບກົດໝາຍ.