ລົດໄຟສ້າງປັດໄຈໃຫ້ການທ່ອງທ່ຽວລາວຄຶກຄັກ ຄຶກຄື້ນຂຶ້ນຫລາຍ ແຕ່ຖ້າໃຫ້ດີຕ້ອງຮີບແກ້ໄຂບັນຫາຕ່າງໆຢ່າງຮີບດ່ວນ

ໂດຍ: ທິດກໍ່າ
ດັ່ງພວກເຮົາໄດ້ເຫັນໃນແຫລ່ງຂ່າວ ໂດຍສະເພາະໃນສື່ອອນລາຍ ນັບແຕ່ລັດຖະບານ ສປປ ລາວ ຂອງພວກເຮົາໄດ້ເປີດປະເທດຢ່າງເຕັມຮູບແບບມາແຕ່ວັນທີ 19 ພຶດສະພາ 2022 ເປັນຕົ້ນມາ ໄດ້ສ້າງປັດໄຈໃຫ້ນັກທ່ອງທ່ຽວທະຍອຍຫລັ່ງໄຫລກັນເຂົ້າມາທ່ຽວລາວນັບມື້ຫລາຍຂຶ້ນ. ໃນບັນດານັກທ່ອງທ່ຽວທີ່ວ່ານີ້ ຫລາຍທີ່ສຸດກໍແມ່ນພີ່ນ້ອງຊາວໄທທີ່ເປັນເພື່ອນບ້ານໃກ້ຄຽງທາງດ້ານເຊື້ອຊາດ ແລະ ພາສາ.
ໃນໄລຍະສອງສາມປີຜ່ານມາ, ປະເທດລາວຂອງພວກເຮົາໄດ້ຜະເຊີນກັບບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ຈົນເຮັດໃຫ້ລາຍຮັບແຫ່ງຊາດຕົກຢູ່ໃນສະພາວະວິກິດທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແຫລ່ງລາຍຮັບຈາກການທ່ອງທ່ຽວ ລັດຖະບານຕ້ອງເສຍລາຍຮັບໄປຫລາຍຮ້ອຍຕື້ກີບຕໍ່ປີ. ນອກຈາກຂາດລາຍຮັບທາງດ້ານການທ່ອງທ່ຽວຢ່າງມະຫາສານແລ້ວ, ປະເທດຊາດຂອງພວກເຮົາຍັງຕົກຢູ່ໃນວິກິດເງິນເຟີ້, ບັນຫານ້ຳມັນຂາດປ້ຳ ແຖມລາຄາແພງ, ມູນຄ່າສິນຄ້າທຸກປະເພດໄດ້ຖີບຕົວສູງຂຶ້ນຈົນເປັນເງົາຕາມຕົວມາຮອດທຸກວັນນີ້.
ແນວໃດກໍດີ, ນັບແຕ່ ສປປ ລາວ ພວກເຮົາມີລົດໄຟຄວາມໄວສູງ ລາວ-ຈີນ ມານີ້ ໄດ້ສ້າງປັດໄຈໃໝ່ໆມາສູ່ປະເທດຊາດ ກໍຄືປະຊາຊົນລາວຢ່າງໃຫຍ່ຫລວງ ເປັນຕົ້ນໄດ້ປົດລັອກໃຫ້ປະເທດລາວກາຍເປັນປະເທດເຊື່ອມຈອດຢ່າງເຕັມຕົວ ສາມາດເຊື່ອມໂຍງໄປທົ່ວພາກພື້ນ ແລະ ທົ່ວໂລກ ໂດຍສະເພາະການຂົນສົ່ງສິນຄ້າ, ການພົວພັນຄ້າຂາຍລະຫວ່າງສອງປະເທດ ລາວ-ຈີນ ເຊິ່ງໃນຍຸກປະຫວັດສາດຜ່ານມາ ການພົວພັນຊື້ຂາຍກວ່າຈະໄປເຖິງກັນຕ້ອງໄດ້ໃຊ້ເວລາເປັນຫລາຍອາທິດ ຫລື ເປັນເດືອນ, ແຕ່ມາໃນປັດຈຸບັນແມ່ນໃຊ້ເວລາພຽງຫ້າຫົກຊົ່ວໂມງກໍສາມາດໄປຮອດຈີນໄດ້ຢ່າງສະດວກສະບາຍ. ນອກຈາກການຂົນສົ່ງສິນຄ້າສະດວກສະບາຍແລ້ວ, ການໄປມາທ່ອງທ່ຽວກໍຍິ່ງສະດວກສະບາຍ ຍ້ອນມີລົດໄຟຄວາມໄວສູງ ລາວ-ຈີນ ກາຍເປັນຈຸດຂາຍທີ່ໂດດເດັ່ນລົງຕົວ.
ໃນປະຫວັດສາດຫລາຍໆປີຜ່ານມາ, ຄົນລາວເຮົາພາກັນມັກເຮີ່ໄປທ່ອງທ່ຽວ ແລະ ໄປຊື້ສິນຄ້າຢູ່ປະເທດໄທເຊັ່ນ: ແຖວໜອງຄາຍ, ອຸດອນ, ຂອນແກ່ນ ຫລື ໄປຮອດກຸງເທບ ໂດຍສະເພາະວັນເສົາວັນທິດ. ແຕ່ມາບາດນີ້ ພາຍຫລັງລາວເຮົາມີລົດໄຟຄວາມໄວສູງ ລາວ-ຈີນ ມີພີ່ນ້ອງຊາວໄທເປັນຈຳນວນຫລວງຫລາຍຫັນມາທ່ຽວລາວ ບາງມື້ຮອດພັນສອງພັນຄົນ ມັນປຽບເໝືອນດັ່ງລົມປ່ຽນທິດ ນ້ຳປ່ຽນແລວ ສົມກັບພື້ນແຜ່ນຕຳນານວຽງຈັນໄດ້ກ່າວໄວ້ວ່າ: ໃຜວ່າເມືອງລາວເສົ້າເຊົາເດີ້ຢ່າຟ້າວວ່າ ມັນຊິໂປ້ບາດຫລ້າ ໝາກແຕງຊ້າງໜ່ວຍປາຍ.
ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນກໍຄືການບໍລິການຮັບໃຊ້ແຂກຄົນທີ່ມາທ່ອງທ່ຽວ ເພາະຄົນລາວເຮົາຈຳນວນໜຶ່ງເຫັນແກ່ໄດ້ໃນມື້ໜຶ່ງຍາມດຽວ ທັງມີຈຸດພິເສດປາກໃຫຍ່ກວ່າທ້ອງ ໂດຍສະເພາະເວລາມີແຂກຄົນມາໃຊ້ບໍລິການຫລວງຫລາຍ ເພິ່ນມັກຂຶ້ນຄ່າບໍລິການ, ຄ່າໂຮງແຮມກໍຂຶ້ນ, ຄ່າອາຫານກໍແພງ, ການເວົ້າຈາຕໍ່ແຂກຄົນເພິ່ນບໍ່ງໍ້ໃຜ ດັ່ງມີບາງລາຍຢູ່ຫລວງພະບາງຍາດກັນຂາຍເຂົ້າຕົ້ມເຂົ້າໜົມໃສ່ບາດ, ບາງລາຍກໍຂາຍອາຫານທີ່ບໍ່ມີຄຸນນະພາບເສຍຄຸນບູດເນົ່າໃຫ້ແຂກຊື້ຈົນນັກທ່ອງທ່ຽວເຂົາລຳຄານ, ຈາກນັ້ນເຂົາກໍໄປວິພາກວິຈານແບບບໍ່ສ້າງສັນຕ່າງໆນານາ, ນັກທ່ອງທ່ຽວບາງຄົນເຂົາກໍທັງເວົ້າທັງອີ່ມປານບັກລາອີ່ມເຂົ້າຫລາມ ຈຶ່ງຂໍຮຽກຮ້ອງໃຫ້ຊາວລາວເຮົາໂດຍລວມ ເວົ້າສະເພາະຊາວວັງວຽງ, ຊາວຫລວງພະບາງ ຈົ່ງພ້ອມກັນຕ້ອນຮັບແຂກຢ່າງອັດທະຍາໃສໄມຕີ ແລະ ຂໍໃຫ້ຂະບວນລົດໄຟ ລາວ-ຈີນ ຈົ່ງກາຍເປັນປັດໄຈໜຶ່ງທີ່ຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ຄຶກຄັກຍໍໆຍິ່ງໆ ແລະ ລາບລື່ນໄປຕະຫລອດການ.
ສຳລັບບັນຫາລົດໄຟ ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງ ແລະ ຮັບຮູ້ເຖິງບັນຫາຕ່າງໆທີ່ເກີດຂຶ້ນ ພ້ອມສັນຍາວ່າຈະແກ້ໄຂໃຫ້ຮີບດ່ວນທັນການ ອັນນີ້ ທິດກໍ່າເອງ ແລະ ປວງຊົນລາວກໍຫວັງຢ່າງຍິ່ງວ່າຈະໄດ້ຮັບການແກ້ໄຂແບບຈິງຈັງ ເພື່ອທຸກຢ່າງຈະໄດ້ພັດທະນາໄປໜ້າ ແລະ ດີຂຶ້ນແບບກ້າວກະໂດດ ບໍ່ຢາກໃຫ້ໃຊ້ຄຳວ່າ ເທື່ອລະກ້າວ ເພາະບົດຮຽນເຮົາມີມາພໍສົມຄວນ ທັງນີ້ກໍເພື່ອຮອງຮັບນັກທ່ອງທ່ຽວທີ່ພວມຫລັ່ງໄຫລມານັ້ນເອງ.