ທ່ານ ກູເຕີເຣສ ຢືນຢັນສຳນັກງານເລຂາທິການສະຫະປະຊາຊາດ ບໍ່ຮັບເງິນຈາກອຸດສາຫະກຳ “ນ້ຳມັນ-ແກັສ”

ວັນທີ 3 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ຢືນຢັນວ່າ: ສຳນັກງານເລຂາທິການສະຫະປະຊາຊາດບໍ່ໄດ້ຮັບເງິນຈາກອຸດສາຫະກຳນ້ຳມັນ ແລະ ແກັສ.
ທ່ານ ກູເຕີເຣສ ລະບຸວ່າ: ທິດທາງຂອງກອງທຶນບຳນານສະຫະປະຊາຊາດ (UNJSPF) ຄືການຖອນທຶນອອກຈາກລະບົບເຊື້ອໄຟຟໍຊິວທັງໝົດ ເຊິ່ງເລີ່ມຈາກການຖອນທຶນຈາກອຸດສາຫະກຳຖ່ານຫີນ ໂດຍເຊື່ອວ່າປັດຈຸບັນມີການຖອນທຶນອອກຈາກອຸດສາຫະກຳເຊື້ອໄຟຟໍຊິວຢ່າງເຕັມຮູບແບບແລ້ວໃນຂັ້ນທົ່ວໄປ.
ທັງນີ້, ທ່ານ ກູເຕີເຣສ ໄດ້ຮຽກຮ້ອງການຈັດເກັບພາສີຜົນປະໂຫຍດຈາກກຳໄລສ່ວນເກີນຈາກບໍລິສັດນ້ຳມັນ ແລະ ແກັສ. ຂະນະມີການອອກລາຍງານຂອງກຸ່ມຮັບມືວິກິດໂລກດ້ວຍອາຫານ, ພະລັງງານ ແລະ ການເງິນກ່ຽວກັບຄວາມຂັດແຍ່ງອູແກຣນ ສະບັບທີ 3.
ທ່ານ ກູເຕີເຣສ ກ່າວວ່າ: ຖືເປັນເລື່ອງຜິດສິນລະທຳສຳລັບບັນດາບໍລິສັດນ້ຳມັນ ແລະ ແກັສ ທີ່ຈະເຮັດກຳໄລສູງເປັນປະຫວັດສາດຈາກວິກິດພະລັງງານໃນປັດຈຸບັນ ບົນຄວາມເດືອດຮ້ອນຂອງປະຊາຊົນ ແລະ ຊຸມຊົນທີ່ທຸກຍາກທີ່ສຸດ ທັງຍັງຕ້ອງແລກດ້ວຍຜົນກະທົບມະຫາສານຕໍ່ສະພາບອາກາດ.
ທ່ານ ກູເຕີເຣສ ຮຽກຮ້ອງລັດຖະບານທຸກແຫ່ງເກັບພາສີກຳໄລສ່ວນເກີນເຫລົ່ານີ້ ເພື່ອໃຊ້ສະໜັບສະໜູນປະຊາກອນກຸ່ມສ່ຽງທີ່ສຸດຂ້າມຜ່ານຊ່ວງເວລາຍາກລຳບາກ ພ້ອມຊີ້ວ່າ: ກຳໄລລວມຂອງກຸ່ມບໍລິສັດພະລັງງານຂະໜາດໃຫຍ່ທີ່ສຸດໃນໄຕມາດທຳອິດຂອງປີີນີ້ເກືອບຮອດ 1 ແສນລ້ານໂດລາສະຫະລັດ.