ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ

- kitchen vibe - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ

- 1491382279484 960x0 300x169 - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ     ​ເຕຫາຣານ 5 ​ເມສາ: ​ເຈົ້າໜ້າ​ທີ່​ອີຣານລາຍ​ງານ​ວ່າ: ​ເກີດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຂະໜາດ 6,1 ຣິກ​ເຕີ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ໃກ້​ກັບ​ເມືອງ​ມັນ​ຮັດ ​ເມືອງ​ສັກສິດ​ຂອງ​ອີຣານ ​ໃນ​ວັນ​ທີ 5 ​ເມສາ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ, ສ່ວນ​ປະຊາຊົນ​ພາກັນ​ອົບ​ພະຍົບອອກ​ມາ​ຢູ່​ຕາມ​ຖະໜົນ ​ແລະ ຍັງ​ມີ​ອາບ​ເຕີ​ຊ໊ອກຕາມ​ມາ​​ໃນ​ພື້ນທີ່.

ສະຖານີ​ວິທະຍຸ​ຂອງ​ທາງ​ການ​ອີຣານລາຍ​ງານ​ວ່າ: ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ເຊ​ຟິດຊັງ ບໍລິ​ເວນ​ພູ​ຫ່າງ​ໄກ ​ເຊິ່ງ​ເປັນ​ບ່ອນຢູ່​ປະຊາຊົນ 5.000 ຄົນ ຫ່າງ​ໄປ​ປະມານ 80 ກິ​ໂລ​ແມັດ ທາງ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເມືອງ​ມັນ​ຮັດ. ທາງ​ການ​ໄດ້​ສົ່ງໜ່ວຍ​ກູ້​ໄພ ​ແລະ ​ເຮ​ລິບ​ກົບ​​ແຕ​ໄປ​ແຂວງ​ໂຄຣາຊານ ຣາຊາ​ວີ ​ເພື່ອ​ຕີ​ລາຄາ​ຄວາມ​ເສຍ​ຫາຍ. ສຳນັກ​ຂ່າວ​ກິ່ງ​ທາງ​ການ​ອີຣານລົງ​ວີ​ດີ​ໂອ​ທາງ​ອອນ​ລາຍ​ເປັນ​ພາບ​ປະຊາຊົນ​ອອກ​ມາ​ຢູ່​ຕາມ​ຖະໜົນ, ຕຶກ ​ແລະ ອາຄານ​ແຕກ​ແຫງ​ເສຍ​ຫາຍ, ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ 1 ຄົນ, ບາດ​ເຈັບ 5 ຄົນ, ບໍລິການ​ໂທລະສັບ​ໃຊ້​ບໍ່​ໄດ້. ສະຖານີ​ວິທະຍຸ​ທາງ​ການ​ລາຍ​ງານ​ວ່າ: ​ແຜ່ນດິນ​ໄຫວ​ຢູ່​​ເລິກລົງ​ໄປ​ພຽງ 10 ກິ​ໂລ​ແມັດ ​ເຊິ່ງຖື​ເປັນ​ລະດັບ​ຕື້ນທີ່​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ເສ​ຫຍາ​ຍຮຸນ​ແຮງ​ໄດ້. ຂະນະ​ທີ່​ສຳນັກງານ​ສຳ​ຫລວດ​ທໍລະນີວິທະຍາ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ: ​ແຜ່ນດິນ​ໄຫວ​ມີ​ຂະໜາດ 6,1 ຣິກ​ເຕີ ​ແລະ ຢູ່​​ເລິກ​ພຽງ 13 ກິ​ໂລ​ແມັດ.

- Visit Laos Visit SALANA BOUTIQUE HOTEL - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ
- 5 - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ
- 3 - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ
- 4 - ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ