ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ

ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - kitchen vibe - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ

ວັນທີ 3 ສິງຫາ 2022 ຜ່ານມານີ້ ພະແນກຕໍາຫຼວດຈະລະຈອນ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ເວລາ 20 ໂມງ 30 ນາທີ ຂອງວັນທີ 10 ກໍລະກົດ 2022 ຜ່ານມາ ມີອຸບັດເຫດເກີດຂຶ້ນຢູ່ ບ້ານໂນນສະຫວ່າງ, ເມືອງວຽງຄຳ, ແຂວງວຽງຈັນ ແຕ່ຄູ່ກໍລະນີໄດ້ເອົາຕົວຫລົບໜີ ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງລົງກວດກາຊັນນະສູດວັດແທກສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫຼັກຖານ, ວັດຖຸຊິ້ນສວນ, ຮ່ອງຮອຍຮຸກຖູທີ່ປະໄວ້ຢູ່ໃນສະຖານທີ່ເກີດເຫດ ແລະ ມີລົດຈັກເປ່ເພ່ 1 ຄັນ ແລະ ມີຜູ້ເສຍຊີວິດ 1 ຄົນຊື່ ທ້າວ ແຫຼ້ ອາຍຸ 47 ປີ ອາຊີບ ກຳມະກອນ ປະຈຸບັນແມ່ນອາໃສຢູ່ບ້ານສ້າງໃຫຍ່, ເມືອງໂພນໂຮງ, ແຂວງວຽງຈັນ.

ຈາກນັ້ນທາງເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ໄດ້ປະສານສົມທົບກັບເຈົ້າໜ້າທີ່ວິຊາສະເພາະພະແນກຕຳຫຼວດສືບຂ່າວອາຍາ ປກສ ແຂວງ ແລະ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງວຽງຄຳ ຮ່ວມກັນເຄື່ອນໄຫວຕາມຫຼັກການວິຊາສະເພາະສືບຕໍ່ລົງເກັບກໍາຂໍ້ມູນເອົາຄໍາໃຫ້ການຈາກບັນດາພະຍານຜູ້ທີ່ຮູ້ເຫັນເຫດການ, ຈິ່ງສາມາດໄດ້ພົບເຫັນລົດໃຫຍ່ຄັນທີ່ເປັນເປົ້າໝາຍ ຫຼົບໜີໄປຢູ່ບ້ານຫ້ວຍປຸ່ງ ເມືອງໂພນໂຮງ ເຊິ່ງເປັນລົດກະບະ ສີຂາວມຸກ, ຍີ່ຫໍ້ນິສສັນ, ເລກທະບຽນ ຫຕ 6886 ກຳແພງນະຄອນ (ເອກະຊົນລາວ) ເຫັນວ່າ ມີຂໍ້ມູນຫຼັກຖານຮັດກຸມພຽງພໍຕໍ່ກັບເປົ້າໝາຍ.

ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ
ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ

ວັນທີ 22 ກໍລະກົດ 2022 ເຈົ້າໜ້າທີ່ຈຶ່ງຮູ້ວ່າລົດກະບະດັ່ງກ່າວອອກຊື່ ນາງ ຕ້ອຍ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນສົມທົບເຈົ້າໜ້າທີ່ໆກ່ຽວຂ້ອງລົງກວດກາ ແລະເກັບກໍາຂໍ້ມູນຈາກ ນາງ ຕ້ອຍ ແລະ ທ້າວ ນົກ ໃນເບື້ອງຕົ້ນ ທ້າວ ນົກ ເຊິ່ງເປັນຜູ້ຂັບຂີ່ໃນມື້ເກີດເຫດແມ່ນຍັງບໍ່ຍອມຮັບຕໍ່ກັບການເກີດອຸບັດເຫດ ແລະ ໄດ້ປົກປິດຮ່ອງຮອຍດ້ວຍການເຮັດສີໃໝ່, ສ້ອມແປງຫຼາຍຈຸດທີ່ແປເພ່ ຫຼັງຈາກນັ້ນເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາຮ່ອງຮອຍການເປ່ເພຂອງລົດຄັນດັ່ງກ່າວ ແລ້ວສົມທຽບກັບວັດຖຸຊິ້ນສ່ວນທີ່ຕົກເຮ່ຍຢູ່ໃນສະຖານທີ່ເກີດເຫດບວກກັບຄໍາເຫັນການຂອງພະຍານຜູ້ທີ່ຮູ້ເຫັນເຫດການ ເຫັນວ່າກົງກັນກັບລົດຍົນຄັນເປົ້າໝາຍດັ່ງກ່າວ ພ້ອມຂໍ້ມູນຫຼັກຖານຕ່າງໆ.

ທ້າວ ນົກ ຍອມຮັບສາລະພາບວ່າ ຕົນເອງໄດ້ເກີດອຸບັດເຫດຕໍາທ້າຍລົດຈັກຢູ່ຂອບເຂດບ້ານໂນນສະຫວ່າງ, ເມືອງວຽງຄຳ, ແຂວງວຽງຈັນ ແລ້ວເອົາຕົວຫຼົບໜີແທ້ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກ່ຽວມາກັກຕົວໄວ້ຢູ່ທີ່ກັກຂັງຊົ່ວຄາວຫ້ອງຕຳຫຼວດ ປກສ ແຂວງພ້ອມດ້ວຍລົດມາຮັກສາໄວ້ຢູ່ທີ່ກອງບັນຊາການ ປກສ ແຂວງຈົນເຖິງປະຈຸບັນ ສ່ວນຄະດີດັ່ງກ່າວທາງເຈົ້າໜ້າທີ່ພວກເຮົາແມ່ນຍັງສືບຕໍ່ດໍາເນີນຕາມ ຂັ້ນຕອນຂອງກົດໝາຍ.

ພາບ-ຂ່າວ: ປກສ ແຂວງວຽງຈັນ

ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - 4 - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ
ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - 3 - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ
ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ - 5 - ຈັບໄດ້ແລ້ວ ! ຜູ້ກໍ່ເຫດຕຳແລ້ວໜີ ຢູ່ ບ້ານໂນນສະຫວ່າງ  ເມືອງວຽງຄຳ  ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ