ກຸ່ມດົງບັງ ສຶກສາອົບຮົມກຸ່ມດັດແປງສະພາບທາງເຕັກນິກລົດຈັກ 5 ຄົນ
August 5, 2022 - 2:39 PM

ວັນທີ 4 ສິງຫາ 2022 ເຈົ້າໜ້າທີ່ ປກສ ກຸ່ມດົງບັງ ໄດ້ລົງສົມທົບກັບອໍານາດການປົກຄອງບ້ານທ່າດິນແດງເໜືອ ນະຄອນຫລວງວຽງຈັນ ສຶກສາອົບຮົມກຸ່ມດັດແປງສະພາບທາງເຕັກນິກລົດຈັກ ຈໍານວນ 5 ຄົນ ໃນນີ້ ມີລົດຢາງນ້ອຍ ຈໍານວນ 1 ຄັນ, ດັດແປງທໍ່ລົດສຽງດັງ 5 ຄັນ, ບໍ່ມີໄຟຕາໜ້າ ຈໍານວນ 3 ຄັນ.
ການສຶກສາອົບຮົມຄັ້ງນີ້ ໄດ້ຊ້ອງໜ້າອໍານາດການປົກຄອງບ້ານ ແລະ ໄດ້ນໍາໃຊ້ມາດຕະການແກ້ໄຂ ຕາມດໍາລັດ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການປັບໃໝມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ໝວດ 3 ການປັບໃໝຜູ້ລະເມີດລະບຽບເຕັກນິກລົດ ໃນມາດຕາ 11 ການນໍາໃຊ້ລົດບໍ່ໄດ້ກວດກາເຕັກນິກ ແລະ ດັດແປງສະພາບເຕັກນິກລົດ ແລະ ນໍາເອົາຜູ້ຂັບຂີ່ລົດພ້ອມ ແລະ ຜູ້ປົກຄອງມາເຮັດບົດບັນທຶກ ແກ້ໄຂກ່າວເຕືອນ ແລະ ສ້ອມແປງຄືນ ໃຫ້ລົດຢູ່ໃນສະພາບເດີມ.
ຂ່າວ: ປກສ ນະຄອນຫລວງ