ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8% ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ

ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ - 298340612 781514163297286 8812804222426041623 n 1 - ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ
ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ - kitchen vibe - ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ

ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານກ່ຽວກັບສະພາບທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຕອນເຊົ້າຂອງວັນທີ 9 ສິງຫາ 2022 ນີ້ວ່າ:

ໃນໄລຍະ6 ເດືອນຜ່ານມາໄດ້ສຸມໃສ່ຊຸກຍູ້ບັນດາຂະແໜງການຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ດ້ວຍຈິດໃຈບຸກທະລຸຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຄາດວ່າໝົດປີເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8% ໃນປີ 2022 ແຜນລາຍຮັບງົບປະມານທັງໝົດ 1.125,37 ຕື້ກີບ, ຮອດປັດຈຸບັນປະຕິບັດໄດ້ 612,14 ຕື້ກີບ, ເທົ່າກັບ 54,39% ຂອງມະຕິສະພາ.

ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ

ດ້ານລາຍຈ່າຍປະຕິບັດໄດ້ 286,03 ຕື້ກີບເທົ່າກັບ 55,14 % ຂອງມະຕິສະພາ,ດ້ານສິນເຊື່ອທະນາຄານ ສາມາດລະດົມທຶນ ໄດ້ທັງໝົດ 1.728,23 ຕື້ກີບ ເທົ່າກັບ 59,63% ຂອງແຜນການປີ, ປ່ອຍສິນເຊື່ອໃຫ້ແກ່ປະຊາຊົນແລະຜູ້ປະກອບການທຸລະກິດໄດ້ທັງໝົດ 336,83 ຕື້ກີບເທົ່າກັບ 50,53% ຂອງມະຕິສະພາ,ການຜະລິດໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານແລະພືດເປັນສິນຄ້າໃນນີ້; ຜະລິດເຂົ້ານາແຊງລະດູແລ້ງຜ່ານມາ ໄດ້ທັງໝົດ 9.086 ໂຕນ, ໝາກໂມ 77.200 ກວ່າໂຕນ, ຖົ່ວເຫຼືອງ 4.231 ໂຕນ ແລະພືດອື່ນໆ;

ສິ່ງທີ່ເປັນປັດໄຈໃໝ່ຄືຢູ່ກຸ່ມຊາວນາບ້ານນາໂສມເມືອງພຽງໄດ້ເຮັດທົດລອງປູກເຂົ້າ 3 ຮອບວຽນໃນເນື້ອທີ່ 30 ເຮັກຕາ, ການຜະລິດລະດູຝົນກໍເຫັນວ່າເປັນຂະບວນການດີມາຮອດປັດຈຸບັນປັກດໍາເຂົ້ານາປີ ສຳເລັດແລ້ວ 100%; ການປູກພືດເປັນສິນຄ້າປະຕິບັດໄດ້111.717 ກວ່າເຮັກຕາ.

ອັນພົ້ນເດັ່ນແມ່ນການປູກມັນຕົ້ນຂອງປະຊາຊົນຊຶ່ງມີເນື້ອທີ່ເພີ່ມຂຶ້ນເປັນ 56.443 ເຮັກຕາເທົ່າກັບ 113% ຂອງແຜນການ.

ການຜະລິດໄມ້ໃຫ້ໝາກເປັນສິນຄ້າທີ່ພົ້ນເດັ່ນກວ່າໝູ່ຄື: ໝາກເງາະຜົນຜະລິດໄດ້ 400 ກວ່າໂຕນ; ໝາກພຸກຜົນຜະລິດໄດ້ 200 ກວ່າໂຕນແລະໝາກມ່ວງຜົນຜະລິດໄດ້ 300 ກວ່າໂຕນ, ໄດ້ສົ່ງເສີມເຕັກນິກການລ້ຽງສັດໃຫຍ່ຕິດພັນກັບການຫັນຈາກທົ່ງຫຍ້າທໍາມະຊາດມາເປັນການປູກຫຍ້າເປັນອາຫານສັດຊຶ່ງມີເນື້ອທີ່ປູກຫຍ້າ ທັງໝົດ 27.915 ກວ່າເຮັກຕາ ແລະ ຫັນມາລ້ຽງເປັນຟາມເພີ່ມຂຶ້ນ.

ມູນຄ່າສິນຄ້າສົ່ງອອກບັນລຸ84,55ລ້ານໂດລາ, ມູນຄ່າສິນຄ້ານໍາເຂົ້າ67,16ລ້ານໂດລາ, ອັດຕາການຊົມໃຊ້ໄຟຟ້າກວມ 98,25%; ອັດຕາການຊົມໃຊ້ນໍ້າສະອາດ 94,89%; ຄວາມທຸກຍາກຂອງປະຊາຊົນຢູ່ຊົນນະບົດ ໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ - 3 - ແຂວງໄຊຍະບູລີ ຄາດວ່າໝົດປີ 2022 ເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%  ຄາດວ່າແຜນລາຍຮັບຈະໄດ້ 1.125,37 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!