ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ

- Memphis Depay 3 - ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ
- kitchen vibe - ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ

- Memphis Depay 3 - ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ

‘‘ ກັດເຊຕຕາ ເດລໂລ ສະປອດ ’’ ສື່ຊື່ດັງໃນອິຕາລີລາຍງານວ່າ ຢູເວນຕຸສ ສະໂມສອນໃຫຍ່ຂອງ ເຊເຣຍ ອາ ກຽມວາງແຜນດຶງ ເມມຟິສ ເດີ ປາຍ ກອງໜ້າທີມຊາດເນເທີແລນ ຂອງບາເຊໂລນາ ທີມດັງໃນ ລາ ລີກາ ສະເປນ ມາຮ່ວມທີມ.

- Visit Laos Visit SALANA BOUTIQUE HOTEL - ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ

ຢູເວນຕຸສ ຍັງຄົງເດີນໜ້າເສີມທີມເພື່ອທວງແຊ໊ມ ເຊເຣຍ ອາ ໃນລະດູການນີ້ ຫລັງຈາກທີ່ລະດູການກ່ອນ ແຊ໊ມຕົກເປັນຂອງ ເອຊີ ມິລານ ໂດຍກ່ອນໜ້ານີ້ພວກເຂົາໄດ້ຄວ້າຕົວຜູ້ຫລິ້ນກອງໜ້າຢ່າງ ອັງເຄລ ດີ ມາເຣຍ ມາຮ່ວມທີມຮຽບຮ້ອຍແລ້ວ.

ແນວໃດກໍຕາມຫລ້າສຸດມີການເປີດເຜີຍວ່າ ຢູເວນຕຸສ ຍັງຕ້ອງການຈະເພີ່ມຕົວເລືອກໃນແດນໜ້າຂອງທີມອີກໂດຍເບິ່ງໄປທີ່ ເມມຟິສ ເດີ ປາຍ ກອງໜ້າຂອງບາເຊໂລນາ ທີ່ມີການເປີດເຜີຍວ່າລາວອາດຍົກເລີກສັນຍາໃນຖິ່ນຄຳນູ ເພື່ອໃຫ້ສາມາດຍ້າຍ ທີມໄດ້ແບບບໍ່ມີຄ່າຕົວ.

ແນວໃດກໍຕາມມີການເປີດເຜີຍວ່ານອກຈາກ ຢູເວນຕຸສ ແລ້ວ ຍັງມີອີກ 2 ທີມ ຈາກພຣີເມຍລີກ ອັງກິດ ທັງ ເຊລຊີ ແລະ ສະເປີ ທີ່ພວມໃຫ້ຄວາມສົນໃຈກອງໜ້າຊາວເນເທີແລນຢູ່ເຊັ່ນດຽວກັນ ໂດຍ ເດີ ປາຍ ເຄີຍຫລິ້ນໃນພຣີເມຍລີກ ອັງກິດ ມາແລ້ວ ກັບ ແມນເຊສເຕີ ຢູໄນເຕັດ.

- 5 - ເດີ ປາຍ ສະເໜ່ແຮງ ທີມດັງ ເຊເຣຍ ອາ ກຽມດຶງຕົວໄປຮ່ວມທີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!