ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ

ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ - Bitcoin3 - ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ
ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ - kitchen vibe - ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ

ສຳນັກຂ່າວ The standard ລາຍງານໃຫ້ຮູ້ວ່າ: ໃນວັນທີ 19 ສິງຫາ 2022 ທີ່ຜ່ານມາ ລາຄາ Bitcoin ແລະ ຕະຫລາດຄຣິບໂຕເຄີເຣນຊີ ຫລຸດລົງຢ່າງຫລວງຫລາຍ ໂດຍລາຄາ BTC ຕໍ່າສຸດໃນຮອບສາມອາທິດ ຢູ່ທີ່  21,447 ໂດລາ ກ່ອນທີ່ຈະຟື້ນຕົວຂຶ້ນເປັນ 21,715 ໂດລາ ເວລາ 17:00 ນາທີ.

ໃນຂະນະທີ່ນັກເທຣດໃຊ້ Leverage ຖືກລ້າງພຣອດ (Liquidation) ເປັນມູນຄ່າຫລາຍກວ່າ 550 ລ້ານໂດລາໃນ 24 ຊົ່ວໂມງທີ່ຜ່ານມາ, ໃນຂະນະດຽວກັນ Ethereum ສະກຸນເງິນດິຈິຕອນອັນດັບທີ 2 ຂອງຕະຫລາດ ຫລຸດລົງ 6.4 ສ່ວນຮ້ອຍ ແລະ ການຊື້ຂາຍຢູ່ທີ່ 1,735 ໂດລາ ເປັນລະດັບຕໍ່າສຸດໃນຮອບ 7 ວັນ, ທາງດ້ານຫລຽນ altcoins ອື່ນໆເຊັ່ນ Cardano (ADA), Solana (SOL), Dogecoin (DOGE), Polkadot (DOT), Shiba Inu (SHIB), Avalanche (AVAX) ແລະ Polygon (MATIC) ຫລຸດລົງຫຼາຍກ່ວາ 10%.

ການຫລຸດລົງຂອງຕະຫລາດເຮັດໃຫ້ມູນຄ່າຕະຫລາດຄຣິບໂຕຫລຸດລົງຫລາຍກວ່າ 1 ແສນລ້ານໂດລາພາຍໃນໄລະຍະເວລາພຽງ 2 ວັນ, ປັດໄຈເຮັດໃຫ້ລາຄາຫລຸດລົງໃນຄັ້ງນີ້ ແມ່ນຈາກຂາຍທາງເທັກນິກ ເຊິ່ງລາຄາຫລຽນຫລາຍສະກຸນໄດ້ຫລຸດລົງແລ້ວ ແຕ່ຍັງມີຄວາມກັງວົນຈາກປັດໄຈພື້ນຖານເຊັ່ນດຽວກັນ ບໍ່ວ່າຈະເປັນທິດທາງຂອງອັດຕາດອກເບ້ຍສະຫະລັດ ແລະ ​ຄວາມ​ກັງວົນ​ຂອງ​ນັກ​ລົງ​ທຶນ​ຂອງອາຊີ​​ກ່ຽວ​ກັບ​ການ​ຊັກ​ຊ້າ​ຂອງ​ເສດ​ຖະ​ກິດ​ຂອງ​ຈີນ ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ອະສັງຫາລິມະ​ຊັບ​ ແລະ ​ຂະ​ແໜງ​ການ​ຜະລິດ​ອຸດສາຫະກຳ​ຂອງ​ຈີນ.

ຂໍ້ມູນຈາກ Coinglass ສະແດງໃຫ້ເຫັນວ່າ ທ່າມກາງຕະຫລາດທີ່ປັບຕົວລົງຢ່າງຮຸນແຮງ ນັກເທຣດທີ່ໃຊ້ Leverage ຖືກລ້າງພຣອດມູນຄ່າຫລາຍກວ່າ 550 ລ້ານໂດລາ ໂດຍຄິດເປັນນັກເທຣດປະມານ 157,197 ຄົນທີ່ຖືກບັງຄັບໃຫ້ປິດຕໍາແໜ່ງ, ເປັນການສູນເສຍທີ່ໃຫຍ່ທີ່ສຸດເກີດຂຶ້ນທີ່ເວັບເທຣດຄຣິບໂຕ Binance ໃນຕຳແໜ່ງ ETHUSDT ໄດ້ຖືກລົບລ້າງພຣອດ ປະມານ 4.41 ລ້ານໂດລາ, ການລົງທຶນໃນຊັບສິນດິຈິຕອນແມ່ນມີຄວາມສ່ຽງຫລາຍ ແລະ ມີຄວາມຜັນຜວນສູງ ດັ່ງນັ້ນ, ນັກລົງທຶນຄວນກະຈາຍຄວາມສ່ຽງ ສຶກສາ ແລະ ວາງແຜນການລົງທຶນດ້ວຍຄວາມຮອບຄອບ

ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ - 5 - ຕະຫລາດຄຣິບໂຕລາຄາຫລຸດລົງເຖິງ 21,750 ໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!