ອິນເດຍຮັບຮອງວັກຊີນປ້ອງກັນໂຄວິດແບບສູດດົມຂອງ BHARAT BIOTECH


ລັດຖະບານອິນເດຍອະນຸມັດເປັນກໍລະນີສຸກເສີນ ວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ທີ່ພັດທະນາແລະ ຜະລິດເອງໂດຍບໍລິສັດໃນປະເທດ.
ວັນທີ 7 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນເດຍອອກຖະແຫລງການກ່ຽວກັບ ການອະນຸມັດເປັນກໍລະນີສຸກເສີນໃຫ້ວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ທີ່ພັດທະນາ ແລະ ຜະລິດໂດຍບໍລິສັດ Bharat Biotech ໜຶ່ງໃນຜູ້ປະກອບການດ້ານເຕັກໂນໂລຊີຊີວະພາບໃຫຍ່ທີ່ສຸດຂອງອິນເດຍ ໂດຍໃຫ້ໃຊ້ເປັນວັກຊີນໂດສທຳອິດສຳລັບຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ ແລະ ເປັນວັກຊີນໂດສທີສອງສຳລັບຜູ້ທີ່ຮັບວັກຊີນເຂັມທຳອິດໄປແລ້ວເທົ່ານັ້ນ ແຕ່ບໍ່ອະນຸຍາດໃຫ້ໃຊ້ເປັນວັກຊີນກະຕຸ້ນ.
ທັງນີ້, Bharat Biotech ຢືນຢັນຜົນການທົດລອງທາງຄລີນິກໄລຍະທີສາມ ໃນສະຖານທີ່ 14 ແຫ່ງໃນອິນເດຍ ໄດ້ຜົນອອກມາວ່າ: ມີປະສິດທິພາບດີໃນລະດັບສູງ ແລະ “ສາມາດປຽບທຽບໄດ້ກັບວັກຊີນປ້ອງກັນໂຄວິດ-19 ຊະນິດອື່ນ” ເຖິງວ່າຍັງບໍ່ມີຄວາມແນ່ນອນວ່າ ວັກຊີນດັ່ງກ່າວຈະອອກສູ່ຕະຫລາດເມື່ອໃດ, ແຕ່ Bharat Biotech ກ່າວວ່າ: ຕໍ່ຈາກນີ້ ຈະມີການເຜີຍແຜ່ຜົນການສຶກສາໃນວາລະສານທາງການແພດລະດັບສາກົນອີກ.
ອົງການອະນາໄມໂລກ (WHO) ຂຶ້ນທະບຽນເປັນກໍລະນີສຸກເສີນ ໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ແບບເຊື້ອຕາຍ “ໂຄວາຊິນ” ພັດທະນາ ແລະ ຜະລິດໂດຍ Bharat Biotech ໃນເດືອນພະຈິກປີຜ່ານມາ.
ການເຄື່ອນໄຫວດັ່ງກ່າວຢູ່ອິນເດຍເກີດຂຶ້ນ ຫລັງສຳນັກງານບໍລິຫານການຢາແຫ່ງຊາດຈີນ (NMPA) ຮັບຮອງວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ຂອງບໍລິສັດ ແຄນຊິໂນ ໄບໂອໂລຈິກ ເຊິ່ງປະກອບມີຂວດປລາສຕິກໄວ້ສູດລະອອງລອຍຂອງຢາ ເຊິ່ງຈະອອກມາຈາກເຄື່ອງພົ່ນພາຍໃນເວລາປະມານ 10 ວິນາທີຫລັງກົດປຸ່ມ ຕໍ່ຈາກນັ້ນ ຜູ້ໃຊ້ສິດລະອອງລອຍນັ້ນເຂົ້າໄປ ແລະ ກັ້ນຫາຍໃຈປະມານ 5 ວິນາທີ ຖືວ່າສຳເລັດ.