ຜູ້ຍິງຊາວອິນເດຍເຈັບທ້ອງໄປໂຮງໝໍ ເລີຍຮູ້ຖືກຜົວລັກ “ຕັດໝາກໄຂ່ຫລັງຂາຍ” ເມື່ອ 4 ປີກ່ອນ

ຜູ້ຍິງຊາວອິນເດຍໄປພົບໝໍຢູ່ໂຮງໝໍເນື່ອງຈາກມີອາການເຈັບທ້ອງ, ແຕ່ແລ້ວເຖິງກັບຊ໊ອກເມື່ອຮູ້ຄວາມຈິງວ່າ “ໝາກໄຂ່ຫລັງ” ຂອງຕົນເອງຖືກຜົວລັກຕັດຂາຍໄປເມື່ອ 4 ປີກ່ອນ.
ໜັງສືພິມ Times of India ລາຍງານວ່າ: ນາງ ຣັນຈິຕາ ກຸນດູ (Ranjita Kundu) ອາຍຸ 31 ປີ ເຊິ່ງເປັນຊາວລັດໂອຣິສສາ ຖືກນຳສົ່ງໂຮງໝໍ ເນື່ອງຈາກມີອາການເຈັບທ້ອງຮຸນແຮງ ແຕ່ພໍໄປຮອດໝໍພັດພົບວ່ານາງມີໝາກໄຂ່ຫລັງເບື້ອງດຽວ ສ່ວນອີກເບື້ອງໜຶ່ງຖືກຕັດຖິ້ມໂດຍເຈົ້າຂອງຮ່າງກາຍບໍ່ຮູ້ມາກ່ອນ.
ນາງ ຣັນຈິຕາ ຄິດຮູ້ທັນທີວ່າ: ອາດຈະເປັນ “ຜົວ” ຂອງນາງເອງທີ່ລັກຂາຍໝາກໄຂ່ຫລັງຂອງນາງເມື່ອ 4 ປີກ່ອນ.
ນາງເລົ່າວ່າ: ເມື່ອປີ 2018 ເຄີຍປ່ວຍເປັນພະຍາດໜິ້ວໃນໝາກໄຂ່ຫລັງ ແລະ ຕ້ອງເຂົ້າຮັບການຜ່າຕັດ, ຕອນນັ້ນຜົວພາເຂົ້າໂຮງໝໍເອກະຊົນ ແລະ ລະຫວ່າງການປິ່ນປົວກໍຕັດສິນໃຈຂາຍໝາກໄຂ່ຫລັງຂອງນາງໃຫ້ຄົນໄຂ້ອີກຄົນໜຶ່ງໃນໂຮງໝໍ ໂດຍບໍ່ໄດ້ບອກໃຫ້ນາງຮູ້.
“ຂ້ອຍຖືກຮົມຢາສະຫລົບ ແລະ ບໍ່ຮູ້ເລີຍວ່າເກີດຫຍັງຂຶ້ນແດ່” ນາງ ຣັນຈິຕາ ກ່າວ.
ຜົວຂອງນາງເອົາເງິນທີ່ໄດ້ຈາກການຂາຍໝາກໄຂ່ຫລັງຂອງເມຍໄປແບ່ງກັບນ້ອງສາວທີ່ຊື່ນາງ ສິມາ ນານດີ (Sima Nandi) ແລະ ເມື່ອ 8 ເດືອນກ່ອນກໍອອກຈາກເຮືອນໄປເຮັດວຽກຢູ່ລັດອານທໍປະເທດ.
ຫລ້າສຸດນາງຫາກໍໄດ້ຮູ້ຂ່າວວ່າລາວ “ແຕ່ງດອງ” ມີພັນລະຍາໃໝ່ແລ້ວ.
“ນ້ອງສາວລາວສະໜັບສະໜູນອ້າຍທຸກຢ່າງ ແລະ ເຮັດໃຫ້ຂ້ອຍຕ້ອງທຸກທໍລະມານ, ລາວຖິ້ມລູກ ແລະ ມື້ນີ້ຂ້ອຍຕ້ອງການຄວາມຍຸຕິທຳ” ນາງ ຣັນຈິຕາ ກ່າວ.
ໂຄສົກຕຳຫລວດລັດໂອຣິສສາຢືນຢັນວ່າ: ຕຳຫລວດໄດ້ຮັບແຈ້ງຄວາມແລ້ວ ແລະ ຈະເລັ່ງສອບສວນເພື່ອນຳເອົາຜົວຄົນນີ້ມາຮັບໂທດຕາມກົດໝາຍ.