ບໍລິສັດທາງລົດໄຟ ລາວ-ຈີນ​ຈະເລີ່ມໃຫ້ບໍລິການຝາກລົດທັງເວັນ-ຄືນ​ ເລີ່ມ​ 12​ ກັນຍາ​ 2022​ ນີ້

- FB IMG 1662898872980 - ບໍລິສັດທາງລົດໄຟ ລາວ-ຈີນ​ຈະເລີ່ມໃຫ້ບໍລິການຝາກລົດທັງເວັນ-ຄືນ​ ເລີ່ມ​ 12​ ກັນຍາ​ 2022​ ນີ້
- kitchen vibe - ບໍລິສັດທາງລົດໄຟ ລາວ-ຈີນ​ຈະເລີ່ມໃຫ້ບໍລິການຝາກລົດທັງເວັນ-ຄືນ​ ເລີ່ມ​ 12​ ກັນຍາ​ 2022​ ນີ້

ບໍລິສັດລົດໄຟລາວ-ຈີນ​ ແຈ້ງໃຫ້ຊາບວ່າ: ວັນທີ 30 ສິງຫາ 2022 ຜ່ານມານີ້ພະແນກການທີ່ກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກ່ຽວກັບມາດຕະຖານລາຄາຄ່າຝາກລົດ,​ ທັງຊົ່ວຄາວ ແລະ ຄ້າງຄືນຢູ່ໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ​ ເພື່ອຮັກສາຄວາມປອດໄພຍານພາຫະນະທີ່ມາຈອດຢູ່ໜ້າສະຖານີ​ ຂອງຜູ້ໂດຍສານ ແລະ ຍາດຕິພີ່ນ້ອງທີ່ມາຮັບ-ສົ່ງ.​

ໂດຍຈະເລີ່ມແຕ່ວັນທີ 12 ເດືອນກັນຍາ 2022 ເປັນຕົ້ນໄປ ຈະເລີ່ມທົດລອງການເກັບຄ່າຈອດຍານພາຫະນະຄື:
– ລົດຈັກ 5. 000 ກີບ/ຄັ້ງ,
– ພາຫະນະທົ່ວໄປ (ບໍ່ເກີນ 7 ບ່ອນນັ່ງ) 10.​000 ກີບ/ຄັ້ງ,
– ລົດເມຂະໜາດກາງ ແລະ ຂະໜາດໃຫຍ່ 30.​000 ກີບ/ຄັ້ງ.
– ສຳລັບລົດທີ່ຈອດຄ້າງຄືນ (ບໍ່ວ່າຈະເປັນລົດປະເພດໃດ) ແມ່ນ 80.​000 ກີບ/ຄັນ/ຄັ້ງ.

- Visit Laos Visit SALANA BOUTIQUE HOTEL - ບໍລິສັດທາງລົດໄຟ ລາວ-ຈີນ​ຈະເລີ່ມໃຫ້ບໍລິການຝາກລົດທັງເວັນ-ຄືນ​ ເລີ່ມ​ 12​ ກັນຍາ​ 2022​ ນີ້

ພ້ອມນັ້ນ, ຍັງມີບໍລິການຫ້ອງນ້ຳສາທາລະນະຢູ່ນອກສະຖານີລົດໄຟ, ຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້, ໂດຍຫ້ອງນໍ້າຈະບໍລິການໂດຍບໍລິສັດ Boten Frontier Services Limited ແລະ ຈະເກັບຄ່າບໍລິການ 3.000 ກີບ/ຄົນ/ຄັ້ງ.
ສຳລັບຫ້ອງນໍ້່ ຢູ່ເຂດຮ້ານຄ້າສຳລັບຜູ້ໂດຍສານທີ່ມາຊື້ປີ້ລົດໄຟ ຫຼື ລໍຖ້າລົດໄຟສາມາດຊົມໃຊ້ໂດຍບໍ່ເສຍຄ່າ.​

- 4 - ບໍລິສັດທາງລົດໄຟ ລາວ-ຈີນ​ຈະເລີ່ມໃຫ້ບໍລິການຝາກລົດທັງເວັນ-ຄືນ​ ເລີ່ມ​ 12​ ກັນຍາ​ 2022​ ນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!