ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ

- methode times prod web bin 821b1d80 29f7 11ed a830 74a6c8fbb722 - ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ
- kitchen vibe - ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ

ໃນລະຫວ່າງການແຂ່ງຂັນ ພຣີເມຍລີກອັງກິດ ນັດທີ່ຫົງແດງ ລີເວີພູລ ເປີດບ້ານແຊງຊະນະ ນິວຄາສເຊິນ ແບບຫວຸດວິດ 2-1 ໃນວັນທີ 1 ກັນຍາຜ່ານມາ ຄະນະຄູຝຶກຂອງທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ ມີປາກສຽງຜິດຖຽງກັນຮຸນແຮງ ຊຶ່ງເຫດການວຸ້ນວາຍດັ່ງກ່າວ ເກີດຂຶ້ນຫລັງ ລີເວີພູລ ໄດ້ປະຕູໄຊ ນາທີ 98′ ຈາກ ຟາບີໂອ ຄາວັນໂຢ້ ຈາກນັ້ນ ຈອນ ແອັກເທີເບີກ ຜູ້ຊ່ວຍ ເຈີເກັນ ຄັອບ ແລະ ແດນ້ຽວ ຮັອດ ຜູ້ຊ່ວຍ ແອັດດີ້ ຮາວ ເກີດການປະທະອາລົມກັນ ເປັນພຶດຕິກຳທີ່ບໍ່ເໝາະສົມ ມີປາກສຽງຜິດຖຽງກັນຮຸນແຮງ ເຮັດໃຫ້ FA ປັບໄໝ ລີເວີພູລ 7000 ປອນ ຫລື ປະມານ 128 ລ້ານກວ່າກີບ ແລະ ປັບໄໝ ນິວຄາສເຊິນ 6000 ປອນ ຫລື ປະມານ 110 ລ້ານກວ່າກີບ ພ້ອມກັບສັ່ງຫ້າມລົງສະໜາມ 1 ນັດ

- 30a5efc9 8cf7 4009 afdd 889068dfa7e4 - ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ
- 17940297 275a 4918 8a8b 0cdaa5646234 - ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ

ສຳລັບ ລີເວີພູລ ຕາມຕາຕະລາງມີເກມ ພຣີເມ່ຍລີກ ຈະໄປຢາມ ເຊວຊີ ວັນທີ ກັນຍານີ້ ແຕ່ຖືກເລື່ອນອອກໄປ ຍ້ອນການສິ້ນພະຊົນຂອງ ສົມເດັດ ພະຣາຊະນີ ອາລິຊາເບັດ ທີສອງ ແລະ ຈະກັບມາແຂ່ງຂັນອີກຄັ້ງຫລັງເກມທີມຊາດ ໂດຍຈະເປີດບ້ານພົບກັບ ໄບຣຕັ້ນ ໃນວັນທີ 1 ຕຸລາ. ຂະນະທີ່ ນິວຄາສເຊິນ ຈະເປີດບ້ານພົບກັບ ບຣອນມັດ ໃນວັນທີ 17 ກັນຍານີ້.

Photo: Daily Mail

- 3 - ສະມາຄົມບານເຕະອັງກິດ ຫລື FA ປັບໄໝ ລິເວີພູລ ແລະ ນິວຄາສເຊິນ ລວມ 238 ລ້ານກວ່າກີບ ຈາກກໍລະນີທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!