ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ

- dFQROr7oWzulq5Fa5x9OPDGQanpX5viwQHLzAcscAp2SdKufFEp5DEX3mJYCHScLC8Q - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ
- kitchen vibe - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ

- dFQROr7oWzulq5Fa5x9OPDGQanpX5viwQHLzAcscAp2SdKufFEp5DEX3mJYCHScLC8Q - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ

ພົບແລ້ວສາເຫດທີ່ຜົນງານບໍ່ເດັ່ນ ອະດີດນັກເຕະລີເວີພູລ ອອກມາສະທ້ອນປັດໄຈຫລັກສຳຄັນທີ່ເຮັດໃຫ້ ຊາດີໂອ ມາເນ ຍັງລະເບີດຟອມເກ່ັງບໍ່ອອກກັບ ບາເຢິນ ມິວນິກ.

- Visit Laos Visit SALANA BOUTIQUE HOTEL - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ
- Visit Laos Visit SALANA BOUTIQUE HOTEL - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ

ພົບແລ້ວສາເຫດທີ່ຜົນງານບໍ່ດີ ຫລັງ ດີດມາ ຮາມັນ ອະດີດນັກເຕະລີເວີພູລ ອອກມາສະທ້ອນປັດໄຈສຳຄັນທີ່ເຮັດໃຫ້ ຊາດີໂອ ມາເນ ປີກທີມຊາດເຊເນກັລ ຍັງບໍ່ສາມາດລະເບີດຟອມເກ່ັງບໍ່ອອກ ກັບບາເຢິນ ມິວນິກ ສະໂມສອນໃຫຍ່ແຫ່ງ ບຸນເດສລີກາ ພາຍໃຕ້ ຢູລຽນ ມາເກລມັນ.

ລະດູການຜ່ານມາ ມາເນ ຍ້າຍຈາກ ລີເວີພູລ ໄປຮ່ວມທີມ ບາເຢິນ ມິວນິກ ດ້ວຍຄ່າຕົວ 35.1 ລ້ານປອນ ໂດຍເຖິງວ່າລາວຈະ ເລີ່ມຕົ້ນກັບສະໂມສອນຕົ້ນສັງກັດໃຫມ່ດ້ວຍການຍິງ 3 ປະຕູ ຈາກ 3 ນັດທຳອິດ ແຕ່ຫລັງຈາກນັ້ນອີກ 5 ນັດ ພັດບໍ່ສາມາດ ຍິງໄດ້ອີກເລີຍ.

ຫລ້າສຸດ ດີດມາ ຮາມັນ ອອກມາກ່າວວ່າ : ‘‘ ຕອນນີ້ ມາເນ ພວມລົງຫລິ້ນໃນຕຳແໜ່ງທີ່ບໍ່ຖະໜັດ ລາວຢືນຢູ່ກາງເຊິ່ງມັນບໍ່ສາ ມາດສະແດງສັກກະຍະພາບຂອງລາວອອກມາໄດ້ຢ່າງເຕັມທີ່ ລາວຈະເຮັດໄດ້ດີທີ່ສຸດຄືການຫລິ້ນແຄມເສັ້ນ ນັ້ນເຮັດໃຫ້ຕອນ ນີ້ລາວບໍ່ຄ່ອຍມີຄວາມສຸກກັບສະຖານະການທີ່ເປັນຢູ່ ແລະ ຍິ່ງການທີ່ກອງໜ້າຄົນອື່ນໆຢ່າງ ເລຣອຍ ຊາເນ, ຈາມາລ ມູເຊຍລາ ຫລື ລູຄັສ ເອີນານເດສ ພວມສ້າງຜົນງານໄດ້ຢ່າງໂດດເດັ່ນ ຍິ່ງເຮັດໃຫ້ລາວໂດດດ່ຽວ ເຊິ່ງເປັນສິ່ງທີ່ຄູເຝິກພະຍາຍາມ ປັບຫລືແກ້ໄຂໃຫ້ດີຂຶ້ນ ’’.

- 4 - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ
- 3 - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ
- 5 - ອະດີດນັກເຕະລີເວີພູລ ຊີ້ສາເຫດ ມາເນ ໂຊຟອມບໍ່ອອກກັບ ບາເຢິນ