‘ຕາລີບັນ’ ສັ່ງຫ້າມນຳໃຊ້ TikTok-PUBG ຊີ້ເນື້ອໃນຜິດສິນລະທຳ ເຮັດໃຫ້ເກີດຄວາມຮຸນແຮງ

ກະຊວງໂທລະຄົມມະນາຄົມ ‘ອັບການິດສະຖານ’ ສັ່ງຫ້າມນຳໃຊ້ແອັບພລິເຄຊັນຍອດນິຍົມຄື TikTok ແລະ PUBG ຊີ້ມີເນື້ອໃນທີ່ເຮັດໃຫ້ເກີດຄວາມຮຸນແຮງ ແລະ ຜິດສິນລະທຳ.
ວັນທີ 17 ກັນຍາຜ່ານມາ, ສຳນັກຂ່າວ UNILAD ລາຍງານວ່າ: ກະຊວງໂທລະຄົມມະນາຄົມຂອງອັບການິດສະຖານ ໄດ້ອອກມາປະກາດວ່າ: ແອັບພລິເຄຊັນຊື່ດັງ ທີ່ໄດ້ຮັບຄວາມນິຍົມຢ່າງແພ່ຫລາຍເຊັ່ນ: TikTok ແລະ ເກມດັງ PUBG ຈະຖືກຫ້າມບໍ່ໃຫ້ເຂົ້ານຳໃຊ້ໃນມໍ່ໆນີ້ ໂດຍການຕັດສິນຫ້າມນຳໃຊ້ແອັບພລິເຄຊັນດັ່ງກ່າວ ເກີດຂຶ້ນຫລັງຈາກກອງປະຊຸມຮ່ວມກັນລະຫວ່າງກະຊວງກັບຝ່າຍບໍລິຫານການບັງຄັບໃຊ້ກົດໝາຍຊາຣີອະ.
ຄວາມຈິງແລ້ວ, ຕາລີບັນຕັ້ງໃຈຈະຫ້າມນຳໃຊ້ແອັບພລິເຄຊັນດັ່ງກ່າວນັບແຕ່ເດືອນເມສາຜ່ານມາ ໂດຍອ້າງວ່າ: ເກມແນວແບດເທິລຣໍຢັລ ເປັນ ສື່ຫລອກລວງເຍົາວະຊົນໃນປັດຈຸບັນ ລວມທັງ TikTok ທີ່ເປັນຕົວເຜີຍແພ່ເນື້ອໃນທີ່ຜິດສິນລະທຳນຳອີກ.
ຮອງໂຄສົກຂອງກຸ່ມຕາລີບັນ ເປີດເຜີຍວ່າ: TikTok ເປັນແຫລ່ງລວມເນື້ອໃນເປິະເປື້ອນ ເຊິ່ງບໍ່ສອດຄ່ອງກັບກົດໝາຍອິສລາມ. ອີກທັງຍັງເຮັດໃຫ້ຄົນເສຍເວລາໂດຍບໍ່ເກີດຜົນປະໂຫຍດ.
ຢູ່ອັບການິດສະຖານມີຜູ້ຫລິ້ນເກມ PUBG ສູງເຖິງ 100.000 ຄົນ. ຂະນະທີ່ TikTok ໄດ້ຮັບຄວາມນິຍົມຫລາຍໃນປະຊາຊົນທົ່ວໄປຈົນຕ້ອງປະກາດສັ່ງຫ້າມ. ຕາມລາຍງານເຜີຍວ່າ: TikTok ມີແຜນຈະຖືກຫ້າມນຳໃຊ້ພາຍໃນເວລາ 1 ເດືອນ, ສ່ວນ PUBG ຈະຖືກຫ້າມນຳໃຊ້ພາຍໃນເວລາ 3 ເດືອນຈະເຖິງນີ້.