ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ

ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ - kitchen vibe - ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ

ວັນທີ 22 ສິງຫານີ້, ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລົງໂທດຕັດອິດສະຫລະພາບ 3 ປີ, ທ້າວ ອຸດອນ ພິມໄພສົງ ອາຍຸ 29 ປີ, ອາຊີບກຳມະກອນ ແລະ ທ້າວ ສີສຸພັນ ອາຍຸ 32 ປີ ທັງສອງແມ່ນຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນຂໍ້ຫາລັກຊັບພົນລະເມືອງໃຫ້ຈຳຄຸກເປັນເວລາ 3 ປີ. ພາຍຫລັງຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຈັບຕົວມາດຳເນີນຄະດີໃນທ້າຍປີ 2016.

ຜ່ານການສືບສວນ-ສອບສວນ ທັງສອງໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບພົນລະເມືອງ ໂດຍສະເພາະ ແມ່ນລົດຈັກຂອງປະຊາຊົນ 4 ຄັ້ງຄື: ໃນເດືອນສິງຫາ 2016 ທ້າວ ອຸດອນ ໄດ້ລັກລົດເວບຈີນ ສີຂຽວ ຂອງປະຊາຊົນຢູ່ບ້ານທົ່ງຂັນຄຳ ແລ້ວນຳໄປຂາຍໄດ້ເງິນ 1 ແສນກີບ ເພື່ອໄປຊື້ຢາມາເສບ, ຕໍ່ມາວັນທີ 20 ສິງຫາ 2016, ທັງສອງໄດ້ພາກັນໄປລັກເອົາລົດເວບຂອງປະຊາຊົນຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ແລະ ໃນວັນທີ 25 ກັນຍາ 2016, ທ້າວ ອຸດອນ ໄດ້ໄປລັກເອົາລົດຂອງປະຊາຊົນຢູ່ບ້ານຫົວຂົວ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງລົດຈັກທີ່ລັກມາ ແລະ ໄດ້ຂະຫຍາຍຜົນຈັບຜູ້ຮ່ວມຂະບວນການຄື: ທ້າວ ສີສຸພັນ ມາດຳເນີນຄະດີ.

ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ - Visit Laos Visit SALANA BOUTIQUE HOTEL - ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ
ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ - 3 - ສານນະຄອນຫລວງວຽງຈັນ ຕັດອິດສະຫລະພາບຜູ້ຕ້ອງຫາລັກຊັບພົນລະເມືອງຈຳຄຸກ 3 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!