ກະຊວງການເງິນສຸມໃສ່ການປະຕິບັດແຜນງົບປະມານ ພ້ອມທັງແກ້ໄຂປາກົດການຫຍໍ້ທໍ້ໃນຂະແໜງການຕ່າງໆ ແລະ ອັດຊ່ອງວ່າງຕ້ານການຮົ່ວໄຫລ


ວັນທີ 6-7 ຕຸລາ 2022 ກະຊວງການເງິນ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະ ຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານພັກກະຊວງການເງິນເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນວ່າ: ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ III, ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ-ລັດ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະທົ່ວຂະແໜງການເງິນສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຕ່ລະຄັ້ງ, ພ້ອມທັງສຸມໃສ່ການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງມາດຕະການໃນທ້າຍປີ 2022 ທັງເພື່ອເປັນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄົບຄະນະເປີດກ້ວາງທີ່ໃກ້ຈະມາເຖິງນີ້ ແລະ ເພື່ອພ້ອມກັນສະຫຼຸບຄືນການນໍາພາ-ຊີ້ນໍາຂອງອົງຄະນະພັກກະຊວງ, ຕີລາຄາຄືນກ່ຽວກັບຄວາມຮັບຜິດຊອບຂອງຄະນະພັກ ທີ່ໄດ້ມີການແບ່ງງານ, ມອບໝາຍໃຫ້ລົງເລິກຊີ້ນໍາໃນແຕ່ລະຂົງເຂດໃຫ້ເຫັນໄດ້ຄວາມສໍາເລັດ ແລະ ບັນດາຂໍ້ຄົງຄ້າງທີ່ຍັງບໍ່ສາມາດແກ້ໄຂໄດ້ທັງສືບຕໍ່ປະຕິບັດວຽກງານໃນຕໍ່ໜ້າໃຫ້ສໍາເລັດ, ລົງເລິກຕີລາຄາຄືນຢ່າງພາວະວິໄສໃນການຊີ້ນໍາ-ນໍາພາ, ສໍາຄັນແມ່ນແຜນດໍາເນີນງານ ຂອງອົງຄະນະພັກກະຊວງ, ການຕັດສິນໃຈແກ້ໄຂສະພາບການທີ່ສັງຄົມ, ສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດໄດ້ມອບໃຫ້ແກ້ໄຂ, ພ້ອມກັນລົງເລິກຕີລາຄາອັນລວມ, ອັນສະເພາະ ແລະ ຄວາມຄືບໜ້າສິ່ງທີ່ຮຽກຮ້ອງໃຫ້ແກ້ໄຂເປັນຕົ້ນ: ແມ່ນການແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດລາຍຮັບ, ເລັ່ງການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ, ການຫັນວຽກງານເປັນທັນສະໄໝ, ການອັດຊ່ອງວ່າງຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານໃນແຕ່ລະຂົງເຂດ, ການສວຍໃຊ້ໜ້າທີ່ຊ່ອງຫວ່າງກົນໄກຕ່າງໆຕ້ອງມີມາດຕະການວິທີການ.
ສ່ວນຂົງເຂດລາຍຈ່າຍຕ້ອງຮັບປະກັນໄດ້ລາຍຈ່າຍເງິນເດືອນ, ເງິນບໍລິຫານທີ່ເປັນບຸລິມະສິດແລະ ການຊໍາລະໜີ້ຕ່າງປະເທດ, ມີຄວາມໂປ່ງໃສໃນການປະຕິບັດວຽກງານ ແລະ ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ. ພ້ອມນັ້ນ, ສະຫາຍເລຂາບໍລິຫານງານພັກກະຊວງ, ຍັງໄດ້ຮຽກຮ້ອງໃຫ້ມີການກວດກາພາຍໃນ, ມີສະຕິລະວັງຕົວການຮົ່ວໄຫຼຄວາມລັບທາງລັດຖະການໃຫ້ເບິ່ງຢ່າງພາວະວິໄສໃນການແກ້ໄຂບັນຫາ ແລະ ໃຫ້ມີການແກ້ໄຂສະພາບແນວຄິດພະນັກງານ, ປັງປຸງກົງຈັກການຈັດຕັ້ງໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າດໍາເນີນການແກ້ໄຂໂດຍສະເພາະກົງຈັກການຊີ້ນໍາ-ນໍາພາໃຫ້ມີປະສິດທິພາບ.
ໃນກອງປະຊຸມດັ່ງກ່າວ ໄດ້ມີການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ, ທິດທາງ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023, ຟັງການເຜີຍແຜ່,ເຊື່ອມຊຶມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ວຽກງານສາມສ້າງ ແລະ ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
ພ້ອມນັ້ນ, ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ຄະນະບໍລິຫານງານພັກກະຊວງການເງິນ, ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ບັນດາເອກະສານທີ່ສໍາຄັນໃຫ້ສອດຄ່ອງກັບສະພາບຄວາມເປັນນຈິງ ຂອງຂະແໜງການເງິນທີ່ຢູ່ໃນແຕ່ລະຂົງເຂດ ແລະ ພ້ອມກັນນໍາພາ-ຊີ້ນໍາເສີມຂະຫຍາຍຫົວຄິດປະດິດສ້າງເຮັດໃຫ້ຂະແໜງການເງິນມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ.