ອາເມຊອນ ກຽມລົງທຶນກວ່າ 1.000 ລ້ານເອີໂຣ ປັ້ນກອງທັບລົດຂົນສົ່ງໄຟຟ້າ


ຍັກໃຫຍ່ແຫ່ງວົງການຂາຍຍ່ອຍອອນລາຍ ປະກາດລົງທຶນເພີ່ມອີກໃນເອີຣົບ ກຽມປ່ຽນລົດຂົນສົ່ງໃຫ້ເປັນລະບົບໄຟຟ້າທັງໝົດ ເພື່ອຫລຸດການປ່ອຍມົນລະພິດ ແລະ ກະຕຸ້ນການສ້າງນະວັດຕະກຳໃນວົງການ.
ວັນທີ 10 ຕຸລາ 2022, ອາເມຊອນ ດອດ ຄອມ ອິງ ປະກາດວ່າ: ບໍລິສັດຈະລົງທຶນຫລາຍກວ່າ 1.000 ລ້ານເອີໂຣ ໃນເວລາອີກ 5 ປີຕໍ່ໜ້າ ເພື່ອສ້າງສູນລົດເພື່ອຂົນສົ່ງສິນຄ້າ ເຊິ່ງປະກອບມີລົດຕູ້ ແລະ ລົດບັນທຸກທີ່ເປັນລະບົບໄຟຟ້າ ແລະ ປ່ອຍມົນລະພິດຕໍ່າ ເຮັດໜ້າທີ່ຈັດສົ່ງສິນຄ້າທົ່ວພາກພື້ນເອີຣົບ ເພື່ອມຸ່ງສູ່ເປົ້າໝາຍລະດັບການສ້າງ “ກາກບອນເປັນສູນ” ຂອງບໍລິສັດ.
ບໍລິສັດຄ້າຂາຍຍັກໃຫຍ່ຂອງໂລກລະບຸວ່າ: ການລົງທຶນຍັງມຸ່ງໝາຍເພື່ອກະຕຸ້ນໃຫ້ມີນະວັດຕະກຳເກີດຂຶ້ນໃນວົງການອຸດສາຫະກຳຂົນສົ່ງ ແລະ ສະໜັບສະໜູນໃຫ້ມີການສ້າງລະບົບພື້ນຖານເຊັ່ນ: ສະຖານີຊາກໄຟຟ້າສຳລັບລົດຍົນ.
ອາເມຊອນ ກ່າວວ່າ: ການລົງທຶນຄັ້ງນີ້ຈະຊ່ວຍເພີ່ມຈຳນວນລົດໃນທີມຂົນສົ່ງຂອງບໍລິສັດໃນເອີຣົບໄດ້ຫລາຍກວ່າ 3 ເທົ່າ ຈາກທີ່ມີ 3.000 ຄັນ ເປັນຫລາຍກວ່າ 10.000 ຄັນ ພາຍໃນປີ 2025.
ບໍລິສັດຍັງຫວັງຈະຊື້ລົດບັນທຸກໄຟຟ້າເພື່ອບັນທຸກສິນຄ້າຂະໜາດໃຫຍ່ເອົາໄວ້ໃຊໃນການຂົນສົ່ງສິນຄ້າຈາກສູນກະຈາຍສິນຄ້າໄປຫາສູນກະຈາຍສິນຄ້າຂະໜາດນ້ອຍອີກບໍ່ຕໍ່າກວ່າ 1.500 ຄັນ ໃນອະນາຄົດ ໂດຍປັດຈຸບັນ ອາເມຊອນ ມີຄຳສັ່ງຊື້ລົດຕູ້ໄຟຟ້າຫລາຍທີ່ສຸດຄື 100.000 ຄັນ ຈາກບໍລິສັດ ຣິວຽນ ອໍໂຕໂມທີບ ອິງ ເຊິ່ງກຳນົດຈັດສົ່ງພາຍໃນປີ 2025.
ນອກຈາກນີ້, ບໍລິສັດຍັງມີແຜນຈະລົງທຶນສ້າງສະຖານີຊາກໄຟຟ້າອີກຫລາຍພັນແຫ່ງທົ່ວເອີຣົບ ລວມທັງລົງທຶນເພີ່ມໃນເຄືອຂ່າຍຂົນສົ່ງລາຍຍ່ອຍເຊັ່ນ: ການຂົນສົ່ງດ້ວຍລົດຈັກໄຟຟ້າ, ໃຊ້ພະນັກງານຍ່າງ ເພື່ອຫລຸດການປ່ອຍມົນລະພິດ ໂດຍບໍລິສັດມີແຜນຈະເຮັດໃຫ້ທຸລະກິດຂອງຕົນມີລະດັບການປ່ອຍກາກບອນເທົ່າກັບສູນພາຍໃນປີ 2040.