ນາຍົກລັດຖະມົນຕີມາເລເຊຍ ປະກາດຍຸບສະພາ ເປີດທາງໃຫ້ມີການເລືອກຕັ້ງໃໝ່


ວັນທີ 10 ຕຸລາ 2022, ທ່ານ ອິສມາອິລ ຊາບຣີ ຢາຄ໊ອບ ນາຍົກລັດຖະມົນຕີມາເລເຊຍ ປະກາດຍຸບສະພາຜ່ານການຖ່າຍທອດສົດທາງໂທລະພາບ ເປີດທາງໃຫ້ມີການເລືອກຕັ້ງລະດັບປະເທດຄັ້ງໃໝ່ໃນມໍ່ໆນີ້ ໂດຍຄະນະກຳມະການການເລືອກຕັ້ງຈະກຳນົດວັນເລືອກຕັ້ງທີ່ແນ່ນອນ ເຊິ່ງຈະຢູ່ພາຍໃນໄລຍະເວລາ 60 ວັນຕໍ່ຈາກນີ້.
ການປະກາດຍຸບສະພາດັ່ງກ່າວໄດ້ຮັບຄວາມເຫັນພ້ອມ ແລະ ພະບໍຣົມຣາຊານຸຍາດຈາກສົມເດັດພະຣາຊາທິບໍດີ ອັບດຸລລະ ແຫ່ງປະຫັງ ຫລື ຍັງດີເປີຕວນອາກົງ ພະອົງທີ 15 ແຫ່ງມາເລເຊຍ ໂດຍທ່ານ ຢາຄ໊ອບ ໃຫ້ຄວາມເຫັນວ່າ: ການຍຸບສະພານີ້ຈະຊ່ວຍຫລຸດກະແສວິພາກວິຈານເຖິງບັນຫາດ້ານຄວາມຍຸຕິທຳໃນການກ້າວຂຶ້ນມາບໍລິຫານປະເທດຂອງລັດຖະບານພາຍໃຕ້ການນຳຂອງທ່ານ ຈາກທີ່ຈະມີກຳນົດການເລືອກຕັ້ງຄັ້ງຕໍ່ໄປໃນທ້າຍປີ 2023.
ໂດຍທ່ານ ຢາຄ໊ອບ ຖືເປັນນາຍົກລັດຖະມົນຕີຄົນທີ 3 ທີ່ໄດ້ຄອງຕຳແໜ່ງຜູ້ນຳລັດຖະບານຂອງມາເລເຊຍ ຕໍ່ຈາກທ່ານ ມະຫາເທ ໂມຮຳໝັດ ແລະ ທ່ານ ມູຢິດດິນ ຢັສຊິນ ທີ່ປະກາດລາອອກຈາກຕຳແໜ່ງໄປກ່ອນໜ້ານີ້ ນັບແຕ່ການເລືອກຕັ້ງທົ່ວໄປໃນປີ 2018.
ຄາດວ່າການເລືອກຕັ້ງອາດຈະຈັດຂຶ້ນໃນຕົ້ນເດືອນພະຈິກນີ້ ເພື່ອຫລີກລ່ຽງມໍລະສຸມໃນທ້າຍປີນີ້.
ອ້າງອີງ:
- https://www.cnbc.com/2022/10/10/malaysias-prime-minister-dissolves-parliament.html
- https://www.reuters.com/world/asia-pacific/malaysia-pm-dissolves-parliament-2022-10-10/
- https://www.malaymail.com/news/malaysia/2022/10/10/the-malaysian-parliament-has-been-dissolved-today-to-pave-way-for-ge15-so-what-comes-next/32696