ເບນເຊມາ ຢືນຢັນຈະແຂວນສະຕັດກັບ ຣຽວ ມາດຣິດ
October 18, 2022 - 9:27 PM




ຄາຣິມ ເບນເຊມາ ກອງໜ້າປະສົບການຫລາຍຂອງ ຣຽວ ມາດຣິດ ຢືນຢັນວ່າລາວຈະແຂວນສະຕັດກັບທີມຢ່າງແນ່ນອນ.
ໂດຍ ເບນເຊມາ ຍ້າຍມາຈາກ ໂອລິມປິກ ລີຢົງ ມາຢູ່ກັບ ຣຽວ ມາດຣິດ ເມື່ອປີ 2009 ເຊິ່ງລາວກໍສ້າງຜົນງານໄດ້ຢ່າງ ໂດດເດ່ັນດ້ວຍການຍິງໄປແລ້ວກວ່າ 328 ປະຕູຈາກ 345 ນັດ ລວມທຸກລາຍການ ພ້ອມຊ່ວຍຕົ້ນສັງກັດຄວ້າແຊ໊ມ ມາຄອງຫລາຍລາຍການ ທັງ ລາ ລີກາ ສະເປນ 4 ສະໄຫມ, ຢູຟາ ແຊ໊ມປຽນ ລີກ 5 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 4 ສະໄຫມ.
ກ່ອນໜ້ານີ້ມີລາຍງານວ່າ ດາວເຕະອາຍຸ 34 ປີພວມຈະຂະຫຍາຍສັນຍາກັບ ຣຽວ ມາດຣິດ ອອກໄປອີກ 1 ປີ ຫລື ເຖິງປີ 2025 ໂດຍຖ້າການຢືນຢັນຢ່າງເປັນທາງການເທົ່ານັ້ນ.
ຈົນຫລ້າສຸດ ເບນເຊມາ ເຈົ້າຂອງລາງວັນບັນລົງດໍສະໄຫມຫລ້າສຸດໃຫ້ສຳພາດເຖິງເລື່ອງອະນາຄົດຫລັງງານ ປະກາດລາງ ວັນດັ່ງກ່າວວ່າ : “ ຂ້ອຍຈະແຂວນສະຕັດກັບ ຣຽວ ມາດຣິດ ບໍ່ມີທາງເລືອກອື່ນສຳລັບຂ້ອຍ ”.