ເອັນໂກໂລ ກັອງເຕ້ ຕ້ອງຜ່າຕັດແຮມສຕິງ ຕາມຄຳແນະນຳຂອງໝໍ ແລະ ຈະໝົດສິດ ຊ່ວຍ ເຊວຊີ ດົນເຖິງ 4 ເດືອນ

- 8d5dd65e 6d3e 4c41 96b6 0640f96f8f4e scaled - ເອັນໂກໂລ ກັອງເຕ້ ຕ້ອງຜ່າຕັດແຮມສຕິງ ຕາມຄຳແນະນຳຂອງໝໍ ແລະ ຈະໝົດສິດ ຊ່ວຍ ເຊວຊີ ດົນເຖິງ 4 ເດືອນ
- kitchen vibe - ເອັນໂກໂລ ກັອງເຕ້ ຕ້ອງຜ່າຕັດແຮມສຕິງ ຕາມຄຳແນະນຳຂອງໝໍ ແລະ ຈະໝົດສິດ ຊ່ວຍ ເຊວຊີ ດົນເຖິງ 4 ເດືອນ

ເອັນໂກໂລ ກັອງເຕ້ ກອງກາງຕົວຮັບຂອງ ເຊວຊີ ໄດ້ຮັບບາດເຈັບທີ່ເອັນຂາ. ຫລ້າສຸດນັກເຕະໄດ້ເດີນທາງໄປພົບແພດຜູ້ຊ່ຽວຊານ. ກ່ອນ​ທີ່​ຈະ​ຕັດສິນ​ໃຈ​​ຜ່າຕັດເພື່ອ​ປິ່ນປົວ​ຕາມ​ການ​ແນະນຳ​ຂອງ​ທ່ານ​ໝໍ. ນັ້ນເຮັດໃຫ້ເຂົາຕ້ອງພັກຍາວເຖິງປີໜ້າ.

ກອງກາງຊາວຝຣັ່ງ ໄດ້ຮັບບາດເຈັບຕັ້ງແຕ່ນັດທີ່ສະເໝີກັບ ທັອດແນມ ຮັອດສະເປີ 2-2 ເມື່ອວັນທີ 14 ສິງຫາ ແລະ ສາມາດກັບມາຝຶກຊ້ອມໄດ້ໃນຕົ້ນເດືອນທີ່ຜ່ານມາ. ແຕ່ຫລັງຈາກນັ້ນສິ່ງທີ່ບໍ່ຄາດຝັນຂຶ້ນ. ເມື່ອລາວໄດ້ຮັບບາດເຈັບຊ້ຳໃນການລົງຊ້ອມກັບທີມກ່ອນເກມ UEFA Champions League ກັບ ເອຊີ ມິລານ ໃນອາທິດທີ່ຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ເອັນໂກໂລ ກັອງເຕ້ ຕ້ອງຜ່າຕັດແຮມສຕິງ ຕາມຄຳແນະນຳຂອງໝໍ ແລະ ຈະໝົດສິດ ຊ່ວຍ ເຊວຊີ ດົນເຖິງ 4 ເດືອນ

ເບື້ອງຕົ້ນທີມແພດຂອງ ເຊວຊີ ຄາດຄະເນໃນເບື້ອງຕົ້ນວ່າ ກັອງເຕ້ ຈະຕ້ອງໃຊ້ເວລາປະມານສາມເດືອນເພື່ອຟື້ນຕົວ, ຊຶ່ງຫມາຍຄວາມວ່າເຂົາຈະບໍ່ໄດ້ໄປປ້ອງກັນແຊ້ມບານໂລກກັບທີມຊາດຝຣັ່ງທີ່​ກາ​ຕ້າ ເຊິ່ງມີກຳນົດຈະເປີດສະໜາມໃນອີກ 1 ເດືອນຂ້າງໜ້າແນ່ນອນແລ້ວ.

ເມື່ອບໍ່ດົນມານີ້, ນັກເຕະອາຍຸ 31 ປີໄດ້ເດີນທາງໄປພົບແພດຊ່ຽວຊານສະເພາະທາງ ແລະ​ ໄດ້​ຮັບ​ການ​ແນະ​ນໍາ​ໃຫ້​​ຜ່າ​ຕັດ​ ສຸດທ້າຍລາວໄດ້ເຂົ້າຮັບການຜ່າຕັດ ແລະ ປະສົບຄວາມສໍາເລັດຜົນດ້ວຍດີ ຄາດວ່າລາວຈະຕ້ອງພັກຟື້ນ ແລະ ຮຽກຄວາມຟິດຂອງລາວກັບຄືນມາໃນສະໜາມເຖິງ 4 ເດືອນ.

- 5 - ເອັນໂກໂລ ກັອງເຕ້ ຕ້ອງຜ່າຕັດແຮມສຕິງ ຕາມຄຳແນະນຳຂອງໝໍ ແລະ ຈະໝົດສິດ ຊ່ວຍ ເຊວຊີ ດົນເຖິງ 4 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!