“ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້

- 1c48c010 9c94 4616 823a 993e65388cb2 - “ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້
- kitchen vibe - “ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້

ລັດຖະບານອິນໂດເນເຊຍພົບວ່າ ເດັກນ້ອຍຢ່າງໜ້ອຍ 74 ຄົນແລ້ວໃນປີນີ້ ເສຍຊີວິດຈາກ “ສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນປິດສະໜາ”.

ວັນທີ 19 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນໂດເນເຊຍອອກຖະແຫລງການກ່ຽວກັບຄວາມຄືບໜ້າຂອງການສອບສວນ “ສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນປິດສະໜາ” ເຊິ່ງເກີດຂຶ້ນນຳເດັກໃນປະເທດ ນັບແຕ່ເດືອນມັງກອນປີນີ້ວ່າ: ມີຄົນເຈັບສະສົມຢ່າງໜ້ອຍ 189 ຄົນ ສ່ວນຫລາຍມີອາຍຸຕໍ່າກວ່າ 5 ປີ ແລະ ມີຜູ້ເສຍຊີວິດສະສົມຢ່າງໜ້ອຍ 74 ຄົນ.

- Visit Laos Visit SALANA BOUTIQUE HOTEL - “ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້

ປັດຈຸບັນ, ລັດຖະບານອິນໂດເນເຊຍປະສານງານຢ່າງໃກ້ຊິດກັບອົງການອະນາໄມໂລກ (WHO) ເຊິ່ງເປີດເຜີຍເມື່ອບໍ່ດົນນີ້ ກ່ຽວກັບການເສຍຊີວິດຂອງເດັກນ້ອຍຫລາຍກວ່າ 70 ຄົນ ໃນແກມເບຍວ່າ: ເປັນຜົນຈາກສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນ ແລະ ສົງໄສກ່ຽວຂ້ອງນຳການຮັບປະທານຢາແກ້ໄອຊະນິດນ້ຳ 4 ລາຍການ ເຊິ່ງຜະລິດ ແລະ ສົ່ງອອກມາຈາກບໍລິສັດ ໄມເດນ ຟາມາຊູຕິຄໍ ຂອງອິນເດຍ.

ທັງນີ້, WHO ເຊື່ອວ່າ: ຢາແກ້ໄອຊະນິດນ້ຳທັງ 4 ຍີ່ຫໍ້ ໄດ້ແກ່ Promethazine Oral Solution, Kofexmalin Baby Cough Syrup, Makoff Baby Cough Syrup ແລະ Magrip N Cold Syrup ມີສ່ວນປະກອບຂອງ ໄດເອທິລີນໄກຄໍ ແລະ ເອທິລີນໄກຄໍ ເຊິ່ງເປັນສານປະກອບອິນຊີໃຊ້ທຳລະລາຍໃນອຸດສາຫະກຳເທົ່ານັ້ນ “ຫ້າມໃຊ້ໃນອາຫານ ແລະ ຢາຢ່າງເດັດຂາດ” ແລະ ສັນນິຖານວ່າ: ຜູ້ຜະລິດໃສ່ສານທັງສອງຊະນິດ “ໃນລະດັບສູງເກີນເກນອັນຕະລາຍ” ສົ່ງຜົນໃຫ້ເກີດຄວາມສ່ຽງຂອງສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນ ຈົນເປັນອັນຕະລາຍຕໍ່ຊີວິດ.

ຂະນະທີ່ຄະນະກຳມະການອາຫານ ແລະ ຢາຂອງອິນໂດເນເຊຍຢືນຢັນວ່າ: ຜະລິດຕະພັນທັງໝົດຂອງໄມເດນ ຟາມາຊູຕິຄໍ ບໍ່ມີວາງຈຳໜ່າຍໃນອິນໂດເນເຊຍ, ແຕ່ເພື່ອປ້ອງກັນໄວ້ກ່ອນ ຈຶ່ງໄດ້ສັ່ງຫ້າມການນຳເຂົ້າ ແລະ ການໃຊ້ສານປະກອບຕ້ອງສົງໄສທັງໝົດແລ້ວ ພ້ອມທັງຂໍໃຫ້ທຸກພາກສ່ວນ ຢຸດການຈຳໜ່າຍຢານ້ຳແກ້ໄອຍີ່ຫໍ້ອື່ນນຳ.

ນອກຈາກນີ້, ເຈົ້າໜ້າທີ່ສາທາລະນະສຸກກຳລັງກວດສອບຢາທັງໝົດ ທີ່ຜູ້ປົກຄອງໃຫ້ລູກຫລານເຊິ່ງເສຍຊີວິດ ແລະ ບໍ່ສະບາຍຈາກສະພາບໝາກໄຂ່ຫລັງລົ້ມເຫລວກະທັນຫັນ ເພື່ອເປັນການຂະຫຍາຍຜົນຮ່ວມອີກທາງ.

ອ້າງອີງ:

https://www.reuters.com/world/asia-pacific/indonesia-says-74-children-have-died-acute-kidney-injury-this-year-2022-10-19/

- 5 - “ໝາກໄຂ່ຫລັງລົ້ມເຫລວກະທັນຫັນ” ຂ້າຊີວິດເດັກນ້ອຍໃນອິນໂດເນເຊຍຫລາຍກວ່າ 70 ຄົນແລ້ວໃນປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!