ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ

- Untitled 1 - ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ
- kitchen vibe - ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ

- Untitled 1 - ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ

ສະໂມສອນ ລີເວີພູລ ກາຍເປັນຫນຶ່ງໃນ 3 ທີມຈາກ ພຣີເມຍລີກ ທີ່ພ້ອມເຊັນສັນຍາກັບ ແຟຣັງກີ ເດິ ຢອງ ກອງກາງຕົວເກ່ັງຂອງ ບາເຊໂລນາ ໃນໄລຍະຕະຫລາດຊື້ຂາຍຫນ້າໜາວນີ້ຕາມລາຍງານຈາກ ລີເວີພູລ ເອັກໂຄ.

- Visit Laos Visit SALANA BOUTIQUE HOTEL - ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ

ສະຖານະການຂອງນັກເຕະຊາວເນເທີແລນໃນຖິ່ນ ຄຳນູ ບໍ່ຄ່ອຍດີ ເມື່ອລາວຖືກຫລຸດບົດບາດຄວາມສຳຄັນເປັນພຽງ ຕົວສຳຮອງ ໃນລະດູການນີ້ ໂດຍໄດ້ເລີ່ມຕົ້ນເປັນຕົວຈິງພຽງ 5 ເກມໃນທຸກລາຍການ ເຮັດໃຫ້ມີຂ່າວເລື່ອງການຍ້າຍ ທີມຖີ່ຂຶ້ນໃນຕະ ຫລາດເດືອນມັງກອນທີ່ພວມຈະມາເຖິງນີ້.

ເດິ ຢອງ ເຄີຍເປັນເປົ້າຫມາຍອັນດັບຫນຶ່ງຂອງ ແມນເຊສເຕີ ຢູໄນເຕັດ ມາແລ້ວ ລວມທັງມີຂ່າວວ່າ ເຊລຊີ ກໍຕ້ອງການລາຍເຊັນ ຂອງລາວເຊ່ັນດຽວກັນໃນໄລຍະລະດູການທີ່ຜ່ານມາ ແລະ ດ້ວຍສະຖານະການທີ່ເກີດຂຶ້ນໃນເວລານີ້ ເຮັດໃຫ້ ອີເອສພີເອັນ ເຊື່ອວ່າສອງທີມຈະກັບມາໃຫ້ຄວາມສົນໃຈອີກເທື່ອຫນຶ່ງໃນໄລຍະປີໃຫມ່.

ຫລ້າສຸດຍັງລະບຸວ່າ : ລີເວີພູລ ໄດ້ກາຍເປັນອີກຫນຶ່ງສະໂມສອນທີ່ພ້ອມຈະເຂົ້າສູ່ການລ່າຕົວດາວເຕະທີມຊາດເນເທີແລນ ໂດຍທີມຂອງ ເຈີເກັນ ຄລອບ ພວມຕ້ອງການກອງກາງຄົນໃຫມ່ເຂົ້າມາເສີມທີມ ຫລັງຈາກທີ່ປະສົບບັນຫານັກເຕະໄດ້ຮັບບາດ ເຈັບຫລາຍຄົນ ແລະ ຜົນງານບໍ່ຄ່ອຍດີນັບແຕ່ເປີດລະດູການເປັນຕົ້ນມາ.

- 3 - ລີເວີພູລ ພ້ອມໂດດຮ່ວມວົງລ່າກອງກາງ ບາເຊໂລນາ ຕະຫລາດນັກເຕະປີໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!