ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ

- 590 e1666581194378 - ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ
- kitchen vibe - ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ

ວັນທີ 19 ຕຸລາ 2022 ຜ່ານມາ, ເຈົ້າແຂວງຊຽງຂວາງ ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ (ນໍ່ເປ້ເຈົາ) ຊົນເຜົ່າມົ້ງ ປະຈຳປີ ພສ 2565-2566; ຄສ 2022-2023 ໂດຍຕົກລົງເຫັນດີ 4 ມາດຕາຄື:

ມາດຕາ 1: ອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງ ແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ ຊົນເຜົ່າມົ້ງ ແລະ ວາງສະແດງສິນຄ້າຜະລິດຕະພັນຕ່າງໆປະຈຳປີ ພສ 2565-2566; ຄສ 2022-2023 ທີ່ເດີ່ນສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງ ບ້ານຍວນ ເມືອງແປກ ແຂວງຊຽງຂວາງ ເລີ່ມແຕ່ວັນທີ 25-29 ທັນວາ 2022 (ເປັນເວລາ 5 ວັນເຕັມ).

- Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ

ມາດຕາ 2: ມອບໃຫ້ແນວລາວສ້າງຊາດແຂວງ, ພະແນກພາຍໃນແຂວງ, ພະແນກອຸດສາຫະກຳ-ການຄ້າແຂວງ, ພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ກອງບັນຊາ

ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກສາທາລະນະສຸກແຂວງ, ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງ, ແນວລາວສ້າງຊາດເມືອງແປກ, ຫ້ອງການພາຍໃນເມືອງແປກ, ອົງການປົກຄອງບ້ານຍວນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

  • ສໍາລັບງົບປະມານຮັບໃຊ້ໃນການເວນຍາມ ແລະ ອື່ນໆ ແມ່ນມອບໃຫ້ສະມາຄົມເປັນຜູ້ຮັບຜິດຊອບ.

ມາດຕາ 3: ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 4:​ ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

- 0023 673x1024 - ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ

- 3 - ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!