ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ
November 2, 2022 - 12:49 PM


ໃນວັນທີ 1 ພະຈິກ 2022 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ ຫວູ້ຫາຍສານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-5 ພະຈິກ 2022.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້. ເຊິ່ງມັນເປັນການປະກອບສ່ວນອັນສຳຄັນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເວົ້າລວມ, ເວົ້າສະເພາະ ແມ່ນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເປັນຂະບວນການກວ້າງຂວາງ, ທັງເປັນການປະກອບສ່ວນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄືສອງກອງທັບ ລາວ-ຫວຽດນາມ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດນີ້, ທ່ານຍັງໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ຈົ່ງປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດດຽວກັນນີ້, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍ ອ້າຍ-ນ້ອງ. ພ້ອມດຽວກັນນີ້, ທ່ານຍັງໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊາບນຳອີກ.
ໃນຕອນເຊົ້າຂອງວັນດຽວກັນຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຍັງໄດ້ເຂົ້າຮ່ວມພົບປະໂອ້ລົມກັບ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢູ່ທີ່ໂຮງແຮມເມືອງແທັງ ພາຍຫຼັງທີ່ສຳເລັດພິທີຕ້ອນ ຮັບທາງການ. ເຊິ່ງການພົບປະທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບບົນພື້ນຖານແມ່ນປະຕິບັດ ຕາມການຕົກລົງຂອງກົມການເມືອງສູນກາງພັກຂອງທັງສອງຝ່າຍ ແລະ ອະນຸສັນຍາ ວ່າດ້ວຍ ການຮ່ວມມືຊ່ວຍເຫຼືອເຊິ່ງ ແລະ ກັນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ແຜນການຮ່ວມມື ໃນປີ 2022. ການຮ່ວມມືທາງດ້ານວຽກງານພັກ-ວຽກງານການເມືອງ, ການກໍ່ສ້າງກຳລັງ, ການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມບໍລິເວນຊາຍແດນ, ສືບຕໍ່ວຽກງານຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍສະຫຼະຊີວິດຢູ່ລາວໃນສະໄໝສົງຄາມກັບຄືນປະເທດ, ສືບຕໍ່ຊຸກຍູ້ວຽກງານເຕັກນິກ ແລະ ອຸດສາຫະກຳປ້ອງກັນຊາດ, ສືບຕໍ່ຊຸກຍູ້ວຽກງານຮ່ວມມື ແລະ ອຳນວຍຄວາມສະດວກໃນການຂົນສົ່ງອຸປະກອນເຕັກນິກການທະຫານຜ່ານດິນແດນຂອງຫວຽດນາມ ມາຍັງ ສປປ ລາວ, ເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງພະນັກງານທະຫານໜຸ່ມລາວ ຢູ່ ສສ ຫວຽດນາມ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ, ສະເໜີໃຫ້ສອງກະຊວງປ້ອງກັນປະເທດເຮົາສືບຕໍ່ສ້າງ ບັນດາກິດຈະກຳພົບປະສ້າງສັນ ເຊັ່ນ: ແລກປ່ຽນທາງດ້ານສິລະປະການສະແດງ, ວັດທະນະທຳ ແລະ ແລກປ່ຽນນາຍທະຫານ ໜຸ່ມເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ສອງກອງທັບໃຫ້ມີບັນຍາກາດເບີກບານມ່ວນຊື່ນ ລວມໄປເຖິງບັນຫາອື່ນໆທີ່ທັງສອງຝ່າຍໄດ້ຕົກລົງ ແລະ ເຫັນດີຮ່ວມກັນ.